ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເປັນມື້ທີ 78 ແລ້ວ

(VOVWORLD) -  ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງການ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຕອນເຊົ້າວັນທີ 03 ກໍລະກົດ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 02 ກໍລະກົດ ຫາເວລາ 6 ໂມງເຊົ້າຂອງວັນທີ 03 ກໍລະກົດ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈັກຄົນ.
ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເປັນມື້ທີ 78 ແລ້ວ - ảnh 1 (ພາບປະກອບ/TTXVN)

 ສະນັ້ນ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນຕິດຕໍ່ກັນເປັນມື້ທີ 78 ແລ້ວ. ມາຮອດປັດຈຸບັນ, 340 ໃນຈຳນວນ 355 ຄົນທີ່ມີຜົນກວດເປັນບວກກັບໄວຣັດ SARS-CoV-2 ຢູ່ ຫວຽດນາມ ໄດ້ຮັບການປະກາດຫາຍດີເປັນປົກກະຕິແລ້ວ, ກວມເອົາ 95,8% ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19; ບໍ່ມີຜູ້ໃດເສຍຊີວິດຍ້ອນໂຄວິດ-19. ປະຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ຍັງເຫຼືອ 15 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, ສ່ວນຫລາຍມີອາການເປັນປົກກະຕິ.

        ກ່ຽວກັບສະພາບການປິ່ນປົວພະຍາດໃຫ້ແກ່ນັກບິນຊາວອັງກິດ ແມ່ນຜູ້ຕິດເຊື້ອຄົນທີ 91 ຢູ່ໂຮງໝໍ ເຈິ້ໄຮ໋ (ນະຄອນ ໂຮ່ຈີມິນ), ອະນຸກຳມະການປິ່ນປົວໃຫ້ຮູ້ວ່າ: ຜູ້ຕິດເຊື້ອໂຄວິດ-19 ຄົນທີ 91 ມີການຟື້ນຟູທີ່ດີ, ຈິດໃຈເປັນປົກກະຕິກ່ວາ.

        ກ່ຽວກັບການຜັນແປອື່ນ, ໃນວັນທີ 02 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ໄດ້ຈັດຕັ້ງພິທີມອບຜ້າອັດປາກ-ອັດດັງ 135.000 ອັນ ເຊິ່ງແມ່ນຂອງຂວັນຈາກປະເທດ ຫວຽດນາມ ມອບໃຫ້ຜູ້ຕາງໜ້ານະຄອນຫລວງ ລອນດອນ ແລະ ເຂດ Wales.

ຕອບກັບ

ຂ່າວ/ບົດ​ອື່ນ