ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ-19ໃໝ່, ຄົນເຈັບຫົວໃຈຢຸດເຕັ້ນ 3 ຄັ້ງນັ້ນໄດ້ຮັບການປິ່ນປົວຫາຍດີແລ້ວ

(VOVWORLD) -ເປັນມື້ທີ 41 ຢ່າງລຽນຕິດທີ່ຫວຽດນາມ ສາມາດປົກປ້ອງໄດ້ຜົນງານໃນເບື້ອງຕົ້ນໃນກິດຈະການຕ້ານເຊື້ອໂຄວິດ-19 ແມ່ນບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ-19ໃໝ່, ຄົນເຈັບຫົວໃຈຢຸດເຕັ້ນ 3 ຄັ້ງນັ້ນໄດ້ຮັບການປິ່ນປົວຫາຍດີແລ້ວ - ảnh 1ຄົນເຈັບທີ 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ

(ພາບ: zingnews.vn)

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອໂຄວິດ-19 ແລ້ວ, ຕອນເຊົ້າວັນທີ 27 ພຶດສະພາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່. ສະນັ້ນ, ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 27 ພຶດສະພາ, ເປັນມື້ທີ 41 ຢ່າງລຽນຕິດທີ່ຫວຽດນາມ ສາມາດປົກປ້ອງໄດ້ຜົນງານໃນເບື້ອງຕົ້ນໃນກິດຈະການຕ້ານເຊື້ອໂຄວິດ-19 ແມ່ນບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

        ພິເສດ, ໃນວັນທີ 27 ພຶດສະພາ ນີ້, ຄາດວ່າຄົນເຈັບທີ່ມີອາການຫົວໃຈຢຸດເຕັ້ນ 3 ຄັ້ງໃນໄລຍະການປິ່ນປົວໄດ້ປະກາດຫາຍດີເປັນປົກກະຕິແລ້ວ.

        ໄລ່ຮອດເວລາ 6 ໂມງຂອງວັນທີ 27 ພຶດສະພາ, ຫວຽດນາມ ມີທັງໝົດ 187 ກໍລະນີຕິດເຊື້ອມາຈາກຕ່າງປະເທດ ແລະ ໄດ້ແຍກຕົວທັນທີໃນຂະນະທີ່ເຂົ້າເມືອງຫວຽດນາມ.

ກໍໃນຕອນເຊົ້າວັນທີ 27 ພຶດສະພາ, ອະນຸກໍາມະການ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 6 ຄົນ  ຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ