ຫວຽດນາມ ບໍ່ມີຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ, ບັນດາປະເທດໃນໂລກ ມານະພະຍາຍາມຍູ້ໂລກລະບາດໃຫ້ຖອຍໄປ

(VOVWORLD) - ໄລ່ຮອດເວລາ 7 ໂມງ 30 ນາທີ ຂອງວັນທີ 24 ເມສາ, ຫວຽດນາມ ສືບຕໍ່ ບໍ່ມີຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ. ສະນັ້ນ, ໃນ 8 ວັນຜ່ານມາ ນັບແຕ່ເມື່ອກະຊວງສາທາລະນະສຸກ ຫວຽດນາມ ປະກາດວ່າ ມີ ຜູ້ຕິດເຊື້ອໂຄວິດ-19 ຄົນທີ 268 ໃນຕອນເຊົ້າວັນທີ 16 ເມສາ, ຫຼັງຈາກນັ້ນ ຫວຽດນາມກໍ່ບໍ່ມີຜູ້ ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກຈັກຄົນ.

  ໃນຂະນະນັ້ນ, ໂລກມີຜູ້ຕິດເຊື້ອໄວຣັດ SARS-CoV-2 ລວມທັງໝົດແມ່ນ 2.715.614 ຄົນ, ໃນນັ້ນ ມີ 190.422 ຄົນເສຍຊີວິດ. ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນໃນໂລກ.

            ຢູ່ ອາເມລິກາ, ສະພາຕ່ຳໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ບັນດາໂຮງໝໍ ເພື່ອແນໃສ່ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19, ກໍ່ຄືເພີ່ມທະວີການວິໄຈ, ຍົກຈຳນວນເງິນໃຊ້ຈ່າຍໜູນຊ່ວຍໃຫ້ແກ່ວິກິດການຈາກໂລກລະບາດດັ່ງກ່າວ ຂຶ້ນເກືອບ 3.000 ຕື້ USD.

            ຢູ່ ເອີຣົບ, ສະຫະພາບ ເອີຣົບ (ອີຢູ) ໄດ້ຮັບຮອງເອົາບ້ວງການເງິນທີ່ມີມູນຄ່າ 581 ຕື້ USD ເພື່ອໜູນຊ່ວຍບັນດາປະເທດ ແລະ ວິສາຫະກິດຮັບມືກັບໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ