ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນ ເປັນມື້ທີ 54 ແລ້ວ

(VOVWORLD) - ໄລ່ຮອດເວລາ 6 ໂມງເຊົ້າວັນທີ 09 ມິຖຸນາ, ຫວຽດນາມ ມີທັງໝົດ 332 ກໍລະນີຕິດເຊື້ອໂຄວິດ-19, ໃນນັ້ນ ມີ 316 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. 

ສະນັ້ນ, ຫວຽດນາມ ບໍ່ກວດພົບມີຜູ້ຕິດເຊື້ອລາຍໃໝ່ໃນຊຸມຊົນເປັນມື້ຶ້ທີ 54 ແລ້ວ. ປັດຈຸບັນ ມີ 16 ກໍລະນີພວມໄດ້ຮັບການປິ່ນປົວ, ປະຕິບັດການແຍກຕົວຢູ່ບັນດາຮາກຖານສາທາລະນະສຸກ.

ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນ ເປັນມື້ທີ 54 ແລ້ວ - ảnh 1 ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນ ເປັນມື້ທີ 54 ແລ້ວ

        ໃນລະຫວ່າງວັນທີ 07 – 08 ມິຖຸນາ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ອາເມລິກາ ປະຕິບັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນແຕ່ສະໜາມບິນ San Francisco ກັບເມືອປະເທດຢ່າງປອດໄພ. ພາຍຫລັງຍົນລົງຈອດຢູ່ສະໜາບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ບັນດາຜູ້ເຂົ້າຮ່ວມຖ້ຽວບິນດັ່ງກ່າວ ລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ