ຫວຽດນາມ ບຸລິມະສິດພັດທະນາພະລັງງານຜະລິດຄືນໃໝ່

(VOVWORLD) - “ພັດທະນາພະລັງງານຜະລິດຄືນໃໝ່ ມຸ່ງໄປສູ່ການຫຼຸດຜ່ອນ ກາກບອນ ຢູ່ຫວຽດນາມ” ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາ ໂດຍສະຫະສະມາຄົມພະລັງງານຫວຽດນາມ ສົມທົບກັບ ສະຖານທູດ ອັງກິດ ປະຈໍາ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 12 ມີນາ, ຢູ່ຮ່າໂນ້ຍ.

      ທີ່ກອງປະຊຸມສໍາມະນາ, ທ່ານ ກາວກວັກຮືງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ບັນດາຮ່າງບົດລາຍງານຊີ້ໃຫ້ເຫັນວ່າ ນັບແຕ່ນີ້ຮອດປີ 2030, ຄາດວ່າ ພື້ນຖານເສດຖະກິດຂອງຫວຽດນາມ ຈະສືບຕໍ່ເຕີບໂຕຢູ່ລະດັບສູງ ແຕ່ 6,5 - 7% ຕໍ່ປີ, ດັ່ງນັ້ນ, ຕ້ອງບຸລິມະສິດໃຫ້ແກ່ການຮັບປະກັນຕອບສະໜອງໄດ້ຕາມຄວາມຕ້ອງການດ້ານພະລັງງານໃຫ້ແກ່ການພັດທະນາຂອງປະເທດຊາດແບບຍືນຍົງ. ຕາມການວາງແຜນຜັງພັດທະນາໄຟຟ້າແຫ່ງຊາດ ທີ່ໄດ້ຮັບການໃຫ້ອະນຸມັດຜ່ານ ຈາກລັດຖະບານ ແລ້ວ, ກໍາລັງແຮງຕິດຕັ້ງບັນດາແຫຼ່ງໄຟຟ້າຂອງຫວຽດນາມ ຈະຂຶ້ນເຖິງ 130.000 MW  ໃນປີ 2030 ເມື່ອທຽບໃສ່ລະດັບ 47.000  MW ໃນປັດຈຸບັນ, ທ່ານ ກາວກວັກຮືງ ກ່າວວ່າ:

        “ໃນສະພາບການນັ້ນ, ໜຶ່ງໃນບັນດາບຸລິມະສິດຂອງຫວຽດນາມ ແມ່ນ ພັດທະນາພະລັງງານຜະລິດຄືນໃໝ່ ເພື່ອຫຼຸດຜ່ອນການອີງໃສ່ບັນດາພະລັງງານໄຟຟ້າແບບເກົ່າ ເພື່ອແນໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມເປັນຫຼາຍຮູບຫຼາຍແບບຂອງບັນດາແຫຼ່ງສະໜອງພະລັງງານ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ຢູ່ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ຫວຽດນາມ ມີແຫຼ່ງພະລັງງານຜະລິດຄືນໃໝ່ທີ່ອຸດົມສົມບູນ ແລະ ຫຼາກຫຼາຍ, ອາດຈະຂຸດຄົ້ນເພື່ອຜະລິດເປັນພະລັງງານໄຟຟ້າໄດ້. ບັນດາການຄົ້ນຄວ້າຕີລາຄາຄວາມສາມາດບົ່ມຊ້ອນຂອງພະລັງງານຜະລິດຄືນໃໝ່ໃຫ້ຮູ້ວ່າ, ຮອດປີ 2030, ຫວຽດນາມ ສາມາດພັດທະນາປະມານ 8.000 MW  ພະລັງງານໄຟຟ້າຂະໜາດນ້ອຍ; 20.000 MW ພະລັງງານລົມ; 3.000 MW ພະລັງງານໄຟຟ້າຊີວະສາດ; 35.000 MW ພະລັງງານແສງຕາເວັນ...”

ຫວຽດນາມ ບຸລິມະສິດພັດທະນາພະລັງງານຜະລິດຄືນໃໝ່ - ảnh 1ກອງປະຊຸມສໍາມະນາ  “ພັດທະນາພະລັງງານຜະລິດຄືນໃໝ່ ມຸ່ງໄປສູ່ການຫຼຸດຜ່ອນ ກາກບອນ ຢູ່ຫວຽດນາມ” (ພາບ: BNEWS/TTXVN)

        ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ ເພື່ອສົ່ງເສີມພະລັງງານຜະລິດຄືນໃໝ່ນັ້ນ, ທາງກະຊວງ ໄດ້ສ້າງ ແລະ ຍື່ນສະເໜີຕໍ່ລັດຖະບານບັນດາກົນໄກ, ນະໂຍບາຍບຸລິມະສິດ ໃຫ້ແກ່ນັກລົງທຶນຄື ບຸລິມະສິດການສະໜອງການສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນມູນຄ່າເພີ່ມຂອງວິສາຫະກິດ....

        ແລະກໍທີ່ກອງປະຊຸມ, ຜູ້ຕາງໜ້າຂອງບໍລິສັດ ອັງກິດ ເກືອບ 30 ແຫ່ງ ທີ່ເຄື່ອນໄຫວໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະ ການເງິນ ໄດ້ເຂົ້າຮ່ວມ ແລະ ພ້ອມກັນແບ່ງປັນກັບບັນດາຄູ່ຮ່ວມມືຫວຽດນາມ ກ່ຽວກັບວິທີີການສໍາຜັດກັບບັນດານະໂຍບາຍ ແລະ ພັດທະນາບັນດາກອບນິຕິກໍາ; ປະສົບການກ່ຽວກັບພະລັງງານມຸ່ງໄປສູ່ການຫຼຸດຜ່ອນ ກາກບອນ; ບັນດາມາດຕະການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເຕັກໂນໂລຢີຂອງ ອັງກິດ ໃນການພັດທະນາພະລັງງານຜະລິດຄືນໃໝ່./.


ຕອບກັບ

ຂ່າວ/ບົດ​ອື່ນ