ຫວຽດ​ນາມ ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ

(VOVWORLD) -ຢູ່ກອງປະຊຸມຖະແຫຼງຂ່າວ ປະຈຳເດືອນກັນຍາຂອງລັດຖະບານທີ່ຈັດຂຶ້ນໃນວັນທີ 1 ຕຸລາ, ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ດ່ວານທ໊າຍເຊີນ ໃຫ້ຮູ້ວ່າ ໃນ 9 ເດືອນຜ່ານມາ, ເພື່ອຮັບມືກັບໄພເງິນເຟີ້ ແລະ ຫຼຸດຜ່ອນຜົນກະທົບຈາກຝ່າຍນອກ, ທະນາຄານສູນກາງບັນດາປະເທດ ໄດ້ເພີ່ມຄ່າດອກເບ້ຍບໍລິຫານ ຫຼາຍກ່ວາ 260 ຄັ້ງ.

ຫວຽດ​ນາມ ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ - ảnh 1ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ດ່ວານທ໊າຍເຊີນ

ຢູ່ ຫວຽດນາມ, ເປົ້າໝາຍລຸລ່ວງຂອງລັດຖະບານແມ່ນບໍລິຫານບັນດາເຄື່ອງມືເພື່ອປະກອບສ່ວນຄຸ້ມຄອງໄພເງິນເຟີ້, ຮັກສາພື້ນຖານເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ກໍ່ຄືໜູນຊ່ວຍການຟື້ນຟູເສດຖະກິດ, ພິເສດສ້າງບັນດາຕະຫຼາດໃຫ້ມີສະຖຽນລະພາບ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວຂອງບັນດາອົງການສິນເຊື່ອ. ດັ່ງນັ້ນ, ການບໍລິຫານຂອງທະນາຄານແຫ່ງລັດ ມຸ່ງໄປເຖິງເປົ້າໝາຍນີ້. ໃນ 8 ເດືອນຕົ້ນປີ 2022, ທະນາຄານແຫ່ງລັດ ໄດ້ຮັກສາລະດັບຄ່າດອກເບ້ຍບໍລິຫານ ແລະ ຮອດເດືອນ ກັນຍາ, ທະນາຄານແຫ່ງລັດ ໄດ້ເພີ່ມຄ່າດອກເບ້ຍເງິນຝາກບາງຊະນິດໃຫ້ແກ່ບັນດາທະນາຄານການຄ້າ. ເປົ້າໝາຍຂອງວຽກງານນີ້ແມ່ນ ໃຫ້ບຸລິມະສິດແກ່ການຄຸ້ມຄອງໄພເງິນເຟີ້, ສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຮັບປະກັນຮັກສາອັດຕາດອກເບ້ຍ ໃຫ້ແກ່ດອກເບ້ຍເງິນຝາກ ເພື່ອຮັກສາຄວາມກົມກຽວທາງດ້ານຜົນປະໂຫຍດຂອງບັນດາຝ່າຍເຂົ້າຮ່ວມຕະຫຼາດເງິນຕາ. ທ່ານດ່ວານທ໊າຍເຊີນ ຮອງຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ:

ລັດຖະບານໄດ້ມີການຊີ້ນຳກ່ຽວກັບຫຼັກການ, ທະນາຄານແຫ່ງລັດ ເມື່ອປັບປຸງຄ່າດອກເບ້ຍນີ້ ກໍ່ໄດ້ຄິດໄລ່ເຖິງເປົ້າໝາຍນີ້ແລ້ວ. ດັ່ງນັ້ນ, ໃນຈຳນວນດອກເບ້ຍປັບປຸງ ເພີ່ມຂຶ້ນ ທະນາຄານແຫ່ງລັດ ໄດ້ເພີ່ມຄ່າດອກເບ້ຍບໍລິຫານ ແລະ ດອກເບ້ຍເງິນຝາກ, ພ້ອມທັງຮັກສາດອກເບ້ຍເງິນກູ້ຢືມ. ສະແດງໃຫ້ເຫັນການບໍລິຫານຂອງທະນາຄານແຫ່ງລັດ ໄດ້ມຸ່ງໄປເຖິງບັນດາເປົ້າໝາຍສະຖຽນລະພາບດ້ານດອກເບ້ຍກູ້ຢືມ. ຜ່ານນັ້ນ ສ້າງເງື່ອນໄຂກ່ຽວກັບດ້ານການເງິນ ເພື່ອຮັກສາສະຖຽນລະພາບຄ່າດອກເບ້ຍໃຫ້ແກ່ເງິນກູ້ຢືນໜູນຊ່ວຍປະຊາຊົນ ແລະ ວິສາຫະກິດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ