ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ຮ່ວມ​ມື ກັບ ກຸ່ມ​ບໍ​ລິ​ສັດ ການ​ຢາ Roche

(VOVWORLD) -   ໃນຂອບເຂດລາຍການເຄື່ອນໄຫວຂອງ ຄະນະກຳມະການ ອາຊຽນ Bern (ACB), ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ເລລິງລານ ແລະ ກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໄດ້ເຮັດວຽກຜ່ານທາງອອນລາຍ ກັບ ຄະນະການນຳກຸ່ມບໍລິສັດການຢາ Roche ຂອງ ສະວິດ ກ່ຽວກັບຄວາມອາດສາມາດຮ່ວມມືໃນການຕ້ານໂລກລະບາດໂຄວິດ - 19.
ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ຮ່ວມ​ມື ກັບ ກຸ່ມ​ບໍ​ລິ​ສັດ ການ​ຢາ Roche - ảnh 1ທ່ານນາງເອກອັກຄະລັດຖະທູດ ເລລິງລານ

ທ່ານນາງເອກອັກຄະລັດຖະທູດ ເລລິງລານ ປາດຖະໜາວ່າ  Roche ຈະສືບຕໍ່ຮ່ວມມືເພື່ອຍົກສູງຄຸນນະພາບການບົ່ງມະຕິ ແລະ ປິ່ນປົວໃຫ້ແກ່ຄົນເຈັບຢູ່ ຫວຽດນາມ, ພ້ອມທັງຈັດຕັ້ງຫຼາຍໂຄງການວົງຄະນະຍາດທີ່ມີລັກສະນະວັດທະນະທຳມະນຸດ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຂອງ ຫວຽດນາມ. ທ່ານນາງ ກໍຫວັງວ່າ ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Roche ຈະສືບຕໍ່ຮ່ວມມືກັບສະຖານທູດ ແລະ ບັນດາອົງການສາທາລະນະສຸກຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສະໜອງບັນດາຊຸດວິໄຈທີ່ມີຄຸນນະພາບສູງເຖິງມືປະຊາຊົນ ຫວຽດນາມ ຢ່າງທັນການ, ໜູນຊ່ວຍຊອກຫາແຫຼ່ງວັກຊິນ ແລະ ການຄົ້ນຄວ້າຢາປິ່ນປົວສະເພາະ, ຕັ້ງໜ້າຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19.

        ຜູ້ຕາງໜ້າກຸ່ມບໍລິສັດ Roche ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືພ້ອມກັບບັນດາປະເທດ ແນໃສ່ຊອກຫາບັນດາມາດຕະການບົ່ງມະຕິ, ປິ່ນປົວ, ຄົ້ນຄວ້າຜະລິດຢາປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ