ຫວຽດນາມ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍກັບ ຍີ່ປຸ່ນ ແລະ ອາເມລິກາ

(VOVWORLD) -ທີ່ການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດທີ່ການພົບປະໃນວັນທີ 12 ພະຈິກ ຜ່ານມາ
ຫວຽດນາມ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍກັບ ຍີ່ປຸ່ນ ແລະ ອາເມລິກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ
(ພາບ: TTXVN)

        ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC 2022 ຢູ່ ບາງກອກ, ປະເທດ ໄທ, ວັນທີ 17 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoshimasa ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.

        ທີ່ການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດທີ່ການພົບປະໃນວັນທີ 12 ພະຈິກ ຜ່ານມາ, ໃນນັ້ນ, ມີເລື່ອງ ຍີ່ປຸ່ນ ຜັນຂະຫຍາຍບ້ວງເງິນກູ້ຢືມ ODA ລຸ້ນໃໝ່ໃຫ້ແກ່ ຫວຽດນາມ, ເພື່ອໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມ, ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ການຫັນເປັນສີຂຽວໂດຍໄວ. 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນວັດທະນະທຳ, ປະຊາຊົນ, ການຮ່ວມມືທ້ອງຖິ່ນ, ທ່ອງທ່ຽວ; ສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ຫວຽດນາມ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍກັບ ຍີ່ປຸ່ນ ແລະ ອາເມລິກາ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken
(ພາບ: TTXVN)

        ທີ່ການພົບປະກັບຄູ່ຕຳແໜ່ງ ອາເມລິກາ, 2 ຝ່າຍເຫັນດີເພີ່ມທະວີການພົບປະ,  ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ- ການຄ້າ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ… ລັດຖະມົນຕີທັງ 2 ທ່ານເຫັນດີຈະແລກປ່ຽນ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີເລື່ອງເພີ່ມທະວີການຮ່ວມມືກັບ ອາຊຽນ, ອະນຸພາກພື້ນແມ່ນ້ຳຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ