ຫວຽດນາມ ປູກເຊື້ອ ແລະ ແຍກເຊື້ອ ໄວຣັດ nCoV ໄດ້ສຳເລັດ

(VOVWORLD) -  ເມື່ອແລກປ່ຽນຢູ່ນອກກອງປະຊຸມຄະນະຊີ້ນຳແຫ່ງຊາດການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດ ໂກໂຣນາ (nCoV),

 ຕອນເຊົ້າວັນທີ 07 ກຸມພາ ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ: ສະຖາບັນອະນາໄມກັນພະຍາດສູນກາງໄດ້ປະກາດການ ປູກເຊື້ອຈຸລະໂລກສາຍພັນໃໝ່ຂອງໄວຣັດ ໂກໂຣນາ ໄດ້ສຳເລັດ.

ຫວຽດນາມ ປູກເຊື້ອ ແລະ ແຍກເຊື້ອ ໄວຣັດ nCoV ໄດ້ສຳເລັດ - ảnh 1ພາບປະກອບ 

ຕາມນັ້ນແລ້ວ, ສະຖາບັນອະນາໄມກັນພະຍາດສູນກາງໄດ້ປູກເຊື້ອ ແລະ ແຍກເຊື້ອໄວຣັດ nCoV ໄດ້ສຳເລັດຢູ່ໃນຫ້ອງທົດລອງ. ສິ່ງດັ່ງກ່າວຈະສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີທີ່ຕິດ ແລະ ສົງໄສວ່າຕິດ nCoV ໄດ້ຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ