ຫວຽດ​ນາມ ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ມະ​ຕິ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ຢຸດ​ຕິ​ຄຳ​ສັ່ງ​ຂວ້ໍາ​ບາດ ເສດ​ຖະ​ກິດ ກູ​ບາ

(VOVWORLD) -ຫວຽດນາມ ໄດ້ປ່ອນບັດສະໜັບສະໜູນ ແລະ ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ຕ່າວປີ້ນທ່າອ່ຽງນະໂຍບາຍປັດຈຸບັນ ຕໍ່ກູບາ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກອີກດ້ວຍ.
ຫວຽດ​ນາມ ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ມະ​ຕິ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ຢຸດ​ຕິ​ຄຳ​ສັ່ງ​ຂວ້ໍາ​ບາດ ເສດ​ຖະ​ກິດ ກູ​ບາ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 23 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ ອາເມລິກາ ຢຸດຕິການຂວໍ້າບາດເສດຖະກິດ, ການຄ້າ ແລະ ການເງິນ ສຳລັບ ກູບາ ດ້ວຍໝາກຜົນບັດສະໜັບສະໜູນ 184 ບັດ, ບັນຄ້ານ 2 ບັດ ແລະ ບັດຂາວ 3 ບັດ.

ຫວຽດນາມ ໄດ້ປ່ອນບັດສະໜັບສະໜູນ ແລະ ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ຕ່າວປີ້ນທ່າອ່ຽງນະໂຍບາຍປັດຈຸບັນ ຕໍ່ກູບາ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກອີກດ້ວຍ.

ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຄຳສັ່ງຂວ້ໍາບາດ ເສດຖະກິດ, ການຄ້າ ແລະ ການເງິນຕໍ່ ກູບາໄດ້ໄປຝຶນກັບກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍ ສປຊ. ຫວຽດນາມ ພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ ອາເມລິກາ ຢຸດຕິ ຄຳສັ່ງຂວ້ໍາບາດຕາມລຳພັງຝ່າຍດຽວ ຕໍ່ກູບາ, ເພື່ອໃຫ້ກູບາ ໄດ້ຮັບຄວາມເສລີໃນການເຂົ້າຮ່ວມບັນດາການພົວພັນເສດຖະກິດ, ການຄ້າ, ສອດຄ່ອງກັບກົດໝາຍສາກົນຢ່າງສະເໝີພາບ ແລະ ມີຄວາມຍຸຕິທຳ.

ແລະກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນບັນດາກອງປະຊຸມນັດສາມັນກ່ຽວກັບສະພາບການ ສາທາລະນະລັດ ອາບຟຼິກາກາງ ແລະ ສະພາບການປະຕິບັດມະນຸດສະທຳຢູ່ ຊີຣີ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຮັບຮູ້ຄຳໝັ້ນສັນຍາຂອງ ອຳນາດການປົກຄອງ ສາທາລະນະລັດ ອາບຟຼິກາກາງ ໃນການຊຸກຍູ້ການເຈລະຈາ, ພັດທະນາເສດຖະກິດ - ສັງຄົມ ແລະ ຜັນຂະຫຍາຍຂໍ້ຕົກລົງສັນຕິພາບ. ທ່ານ ເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການເຈລະຈາກໍ່ຄືເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງລວມ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ຄະນະປະຕິບັດງານ ຂອງ ສປຊ ຢູ່ ສາທາລະນະລັດ ອາບຟຼິກາກາງກໍ່ ຄືຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ພະນັກງານຂອງຄະນະປະຕິບັດງານນີ້.

ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມປະຈຳເດືອນ ເພື່ອແລກປ່ຽນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ