ຫວຽດນາມ ປະກອບຂໍ້ລິເລີ່ມຢູ່ ເວທີປາໄສໂລກກ່ຽວກັບຊັບພະຍາກອນນ້ຳ

ຫວຽດນາມ ປະກອບຂໍ້ລິເລີ່ມຢູ່ ເວທີປາໄສໂລກກ່ຽວກັບຊັບພະຍາກອນນ້ຳ - ảnh 1
ເວທີ​ປາ​ໄສ​ໂລກກ່ຽວ​ກັບຊັບພະຍາກອນ​ນ້ຳ
​ຄັ້ງ​ທີ 6 ຢູ່ Marseille

( vovworld ) - ວັນທີ 13/3, ຢູ່​ນະຄອນ Marseille, ພາກ​ໃຕ້​ປະ​ເທດ​ຝລັ່ງ, ​ໄດ້​ດຳ​ເນີນກອງ​ປະຊຸມລັດຖະມົນຕີເວທີ​ປາ​ໄສ​ໂລກ​ກ່ຽວ​ກັບ​ຊັບພະຍາກອນນ້ຳ​ຄັ້ງ​ທີ 6. ຄະນະຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ຫງວຽນ​ມິງກວາງ ນຳ​ໜ້າ, ​​ໄດ້ເຂົ້າ​ຮ່ວມ​ເວທີ​ປາ​​ໄສ ​ແລະ ​​ປະກອບ​ບາງ​ຂໍ້​ລິ​ເລີ່​ມທີ່​ສຳຄັນ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ຝລັ່ງ, ທ່ານ​ ຫງວຽນ​ໄທລາຍ ລັດຖະມົນຕີຊ່ວຍ​ວ່າການກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ໃຫ້​ຮູ້​ວ່າ.

“ ບຸລິມະສິດ​ຂອງ​ຫວຽດນາມ ຢູ່​ເວທີ​ປາ​ໄສ​ແມ່ນ​ຊອກ​ຮູ້ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ການຄຸ້ມ​ຄອງ​ບັນດາ​ແຫຼ່ງນ້ຳ​ໃນ​ໂລກ. ສຳລັບ​ຫວຽດນາມ​ ​ແລ້ວ, ​ເລື່ອງ​ຄ້ຳປະກັນແຫຼ່ງນ້ຳ, ຮ່ວມ​ມື​ພ້ອມ​ກັນ​ແບ່ງປັນ​ຄຸ້ມ​ຄອງ, ຂຸດ​ຄົ້ນບັນດາ​ແຫຼ່ງນ້ຳ​​ສວມບົດບາດ​ສຳຄັນ​ທີ່​ສຸດ. ຫວຽດນາມ ​ນຳ​​​ເອົາບົດຮຽນ​ໃນ​​ເລື່ອງ​ພ້ອມ​ກັບ​ບັນດາ​ປະ​ເທດ​ທີ່ມີ​ແຫຼ່ງນ້ຳ​ຮ່ວມ​ກັນພັດທະນາ​, ​ແຫຼ່ງນ້ຳ​ລະຫວ່າງ​ປະ​ເທດ​ຢ່າງ​ໝັ້ນຄົງ​ໂດຍລະ​ອຽດ​ແມ່ນ​ແຫຼ່ງນ້ຳແມ່​ນ້ຳຂອງມາສູ່​ເວ​ທີປ​າ​ໄສ ”

        ເວທີ​ປາ​ໄສ​ໂລກກ່ຽວ​ກັບຊັບພະຍາກອນ​ນ້ຳ​ຄັ້ງ​ທີ 6 ຢູ່ Marseille, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ສະ​ເໜີ​ຂໍ້​ລິ​ເລີ່​ມ ​ແລະ ​ມາດ​ຕະການຕ່າງໆ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​​ເພື່ອ​ກ້າວໄປ​ເຖິງ​ການ​ລົງ​ນາມ​ໃນ “ ສັນຍາ​ໂລກ​ກ່ຽວ​ກັບ​ເລື່ອງ​ຄຸ້ມ​ຄອງເຂດລຸ່ມ​ແມ່​ນ້ຳ ​ແລະ ໜອງບຶງ​ເປັນ​ຢ່າງ​ດີ ”. ພິທີ​ລົງ​ນາມ​ນີ້​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 16/3.

        ນອກຈາກ​ເວທີ​ປາ​ໄສ, ​ວັນ​ທີ 13/3, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັ​ດຖະມົນຕີຮັບຜິດຊອບ​ການ​ຮ່ວມ​ມື​ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ບັນຫາ​ເອີ​ລົບ​ ຂອງຝລັ່ງ ​ແລະ ມີ​ການ​ພົບ​ປະ​ກັບ​ຂ້າຫຼວງ​ໃຫຍ່​ສະຫະພາບ​ເອີ​ລົບ ​ກ່ຽວ​ກັບ​ບັນຫາສິ່ງ​​ແວດ​ລ້ອມ. ​ແລະ​ກໍ່ຕາມ​ທ່ານ​ລັດຖະມົນຕີຊ່ວຍ​ວ່າການກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ແລ້ວ, ນອກຈາກ​ບັນດາ​ບັນຫາ​ຮ່ວມ​ມື​ດ້ານເສດຖະກິດ​ແລ້ວ, ລັດຖະມົນຕີຮັບຜິດຊອບ​ການ​ຮ່ວມ​ມື​ຂອງ​ຝລັ່ງ ຈະ​ເຕື້ອງ​ເຖິງ​ການ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ແລະ ພັດທະນາ​ແຫຼ່ງນ້ຳ​ຂອງ​ຫວຽດນາມ ຢ່າງ​ໝັ້ນຄົງ.
ຂ່າວ/ບົດ​ອື່ນ