ຫວຽດນາມ ປະກອບຄຳເຫັນທີ່ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການພິເສດຂອງ ສປຊ

(VOVWORLD) - ຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ໂດຍທ່ານ ຫງວຽນຈູງກຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ນຳໜ້າເຂົ້າຮ່ວມກອງປະຊຸມ.
ຫວຽດນາມ ປະກອບຄຳເຫັນທີ່ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການພິເສດຂອງ ສປຊ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ:Hải Đăng/VOV – Praha)

ວັນທີ 18 ມັງກອນ, ທີ່ກອງປະຊຸມຄັ້ງທີ 4 ຄະນະກຳມະການພິເສດ ສປຊ ກ່ຽວກັບການສ້າງສົນທິສັນຍາສາກົນຮອບດ້ານວ່າດ້ວຍການຕ້ານການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານເພື່ອຈຸດປະສົງອາດຊະຍາກຳໄດ້ໄຂຂຶ້ນຢູ່ສຳນັກງານ ສປຊ ທີ່ວຽນນາ,  ສ. ໂອຕຣິດ. ຄະນະຜູ້ແທນ ຫວຽດນາມ ເຊິ່ງລວມມີ: ຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ໂດຍທ່ານ ຫງວຽນຈູງກຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ນຳໜ້າເຂົ້າຮ່ວມກອງປະຊຸມ.

 ກ່າວຄຳເຫັນໄຂກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງຄະນະເລຂາຄະນະກຳມະການພິເສດຂອງ ສປຊ ໃນການຈັດຕັ້ງ ແລະ ສ້າງຮ່າງສົນທິສັນຍາເພື່ອຮັບໃຊ້ວິວັດການປຶກສາຫາລື. ຄະນະຜູ້ແທນ ຫວຽດນາມ ຖືວ່າ: ຮ່າງສົນທິສັນຍາດັ່ງກ່າວໄດ້ວາງພື້ນຖານໜັກແໜ້ນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ, ດ້ວຍເປົ້າໝາຍສ້າງເນື້ອໃນຮ່າງສົນທິສັນຍາໃຫ້ສົມບູນແບບ ໂດຍໄວເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ໃຫ້ສັດຕະຍາບັນ. ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ກໍ່ກ່າວຄຳເຫັນກ່ຽວກັບບາງເນື້ອໃນຂອງຮ່າງເອກະສານ ຄືຂອບເຂດການນຳໃຊ້, ບັນດາອາດຊະຍາກຳທີ່ລະເມີດລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ຫຼອກລວງນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ບັນຫາຄວາມຮັບຜິດຊອບທາງອາຍາຂອງສ່ວນບຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ