ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ

(VOVWORLD) -ປີ 2021, ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ພວມຮັກສາບົດບາດເປັນປະເທດປະສານງານ.
ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ - ảnh 1 (ພາບປະກອບ:TTXVN)

ຕາມຫ້ອງວ່າການອົງການເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບບັນຫາສິ່ງແວດລ້ອມຂອງ ຫວຽດນາມ (ຫ້ອງການ ASOEN ຫວຽດນາມ), ປີ 2021, ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ພວມຮັກສາບົດບາດເປັນປະເທດປະສານງານ.

        ປີ 2021, ໃນບັນດາຂົງເຂດຮ່ວມມືຂອງ ASOEN, ຫວຽດນາມ ໄດ້ຍູ້ໄວການຮ່ວມມື, ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ປະສົບການ, ປະຕິບັດບົດບາດຂອງປະເທດເຈົ້າພາບຈັດຕັ້ງ ກອງປະຊຸມ ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 11. ຫວຽດນາມ ຕັ້ງໜ້າ, ເປັນເຈົ້າການ, ຮ່ວມມືກັບ ຍີ່ປຸ່ນ ແລະ ບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວ, ໂຄງການຮ່ວມມືລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ສິ່ງເສດເຫຼືອຢູ່ທະເລ; ຮັກສາການຮ່ວມມືກັບ ສ.ເກົາຫຼີ ແລະ ບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ຫວຽດນາມ ຍັງສົມທົບກັບບັນດາປະເທດຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ອາຊຽນ ກ່ຽວກັບ ສິ່ງແວດລ້ອມ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ