ຫວຽດ​ນາມ ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົ​ນ​ສຳ​ເລັດ​ລວມ​ຂອງ COP27

(VOVWORLD) -ກອງປະຊຸມ ສປຊ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (COP27) ໄດ້ຈັດຂຶ້ນຢູ່ເອຢິບ ໄດ້ອັດລົງໃນວັນທີ 18 ພະຈິກ. 

ກອງປະຊຸມປະສົບຜົນສຳເລັດເມື່ອບັນລຸໄດ້ຂໍ້ຕົກລົງ ແລະ ຂໍ້ລິເລີ່ມນັບສິບສະບັບ ເພື່ອແນໃສ່ຫັນປ່ຽນຈາກຂັ້ນໝັ້ນຄຳໝັ້ນສັນຍາມາເປັນຂັ້ນຕອນປະຕິບັດ, ເພີ່ມທະວີຄວາມມານະພະຍາຍາມໃນການຮັບມື ແລະ ຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກການປ່ຽນແປງຂອງດິນຟ້າອາກາດ ໃນທົ່ວໂລກ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳເອຢິບ, ທ່ານ ຟ້າມວັນເຕິນ, ຮອງຫົວໜ້າກົມປ່ຽນແປງດິນຟ້າອາກາດ ຢັ້ງຢືນວ່າ:

ໝາກຜົນຂອງ COP 27 ແນ່ນອນວ່າມີຫຼາຍຄຳເຫັນທີ່ແຕກຕ່າງກັນ, ແຕ່ໝາກຜົນໃຫຍ່ທີ່ສຸດ ເຊິ່ງຄະນະຜູ້ແທນ ຫວຽດນາມ ບັນລຸທີ່ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ. ການພັດທະນາຕິດພັນກັບການປ່ອຍອາຍພິດຫນ້ອຍ, ນຳການປ່ອຍອາຍພິດລົງເປັນ 0 ໃນປີ 2050 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນເສັ້ນທາງທີ່ ຫວຽດນາມ ຢຶດໝັ້ນເດີນຕາມ, ທັງເພື່ອການພັດທະນາປະເທດແບບຍືນຍົງ, ທັງປະກອບສ່ວນເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ເພາະສະນັ້ນ, ມີຫຼາຍປະເທດ, ອົງການຈັດຕັ້ງສາກົນ ໄດ້ຊອກຫາວິທີເພື່ອພົບປະ, ແລກປ່ຽນກັບ ຫວຽດນາມ ໃນຕະຫຼອດເວລາ 2 ອາທິດທີ່ດຳເນີນກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ