ຫວຽດ​ນາມ ​ປະ​ກອບ​ສ່ວນ​ເຂົ້າວຽກ​ງານ​ລວມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມຮັບ​ຜິດ​ຊອບ

(VOVWORLD) -ວັນທີ 25 ພະຈິກ, ຫວຽດນາມ ເປັນປະທານ ແລະ ສົມທົບກັບ ນອກແວ ແລະ ອາຟະລິກາໃຕ້ ໄດ້ຈັດຕັ້ງກອງປະຊຸມລະຫວ່າງ 10 ປະເທດກຳມະການບໍ່ປະຈຳການໃນປັດຈຸບັນ (E10) ແລະ 5 ປະເທດຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ (I5). ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.
ຫວຽດ​ນາມ ​ປະ​ກອບ​ສ່ວນ​ເຂົ້າວຽກ​ງານ​ລວມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມຮັບ​ຜິດ​ຊອບ - ảnh 1 ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)

ໃນບົດກ່າວຄຳເຫັນຢູ່ ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີປະສົບກັບຄວາມຫຍຸ້ງຍາກສຳລັບປະຊາຄົມສາກົນ. ໂລກລະບາດໂຄວິດ-19 ໄດ້ກໍ່ໃຫ້ເກີດວິກິດການສາມາລະນະສຸກ, ສັງຄົມ ແລະ ເສດຖະກິດນາບຂູ່ຢ່າງຮ້າຍແຮງເຖິງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງຜົນກະທົບບໍ່ໜ້ອຍເຖິງການເຄື່ອນໄຫວຂອງ ສ.ປ.ຊ, ສະພາຄວາມໝັ້ນຄົງ.

  ໃນສະພາບການນັ້ນ, ທ່ານ ຟ້າມບິ່ງມິງ ໄດ້ຊົມເຊີຍບັນດາຄວາມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາ, ທ່ານໄດ້ຢັ້ງຢືນເຖິງ ຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກ ສ.ປ.ຊ ທີ່ມີຕໍ່ບົດບາດປະສານງານຂອງ ສ.ປ.ຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ບັນດາຄຳໝັ້ນສັນຍາ ແລະ ບູລິມະສິດຂອງ ຫວຽດນາມ ຢູ່ ສະພາຄວາມໝັ້ນຄົງໃນອາຍຸການຂອງຕົນ, ຄືການຊຸກຍູ້ລັດທິຫຼາຍຝ່າຍ ແລະ ວິທີການແກ້ໄຂຫຼາຍຝ່າຍເພື່ອແກ້ໄຂການປະທະກັນ; ເພີ່ມທະວີໃຫ້ຄຳໝັ້ນສັນຍາສາກົນ ແລະ ປະຕິບັດກົດບັດ ສ.ປ.ຊ, ກົດໝາຍສາກົນ; ຊຸກຍູ້ການຮ່ວມມືລະຫວ່າງ ສ.ປ.ຊ ກັບບັນດາອົງການພາກພື້ນ; ປ້ອງກັນ ແລະ ຕ້ານການປະທະກັນ; ປົກປ້ອງສາມັນຊົນ, ພິເສດແມ່ນບັນດາກຸ່ມມີຄວາມສ່ຽງ ແລະ ພື້ນຖານໂຄງລ່າງທີ່ຈຳເປັນໃນການປະທະກັນດ້ວຍອາວຸດ; ກໍ່ສ້າງຄືນໃໝ່ພາຍຫຼັງການປະທະກັນ, ໃນນັ້ນມີການແກ້ໄຂຜົນຮ້າຍຈາກນລະເບີດບໍ່ທັນແຕກ.

ຕອບກັບ

ຂ່າວ/ບົດ​ອື່ນ