ຫວຽດນາມ ປະກາດບົດ ລາຍງານ ສິ່ງແວດລ້ອມ ແຫ່ງຊາດປີ 2011

ຫວຽດນາມ ປະກາດບົດ ລາຍງານ ສິ່ງແວດລ້ອມ ແຫ່ງຊາດປີ 2011 - ảnh 1
ພິທີ​ປະກາດ​ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2011
ກ່ຽວ​ກັບ​ຫົວ​ເລື່ອງ “ ທາດ​ເສດ​ເຫຼືອ​ແຂງ ”
(ພາບ : baomoitruong.com)


Vovworld- ຕອນ​ບ່າຍ​ວັນ​ທີ 7/8 ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ​ໄດ້​ຈັດ​ພິທີ​ປະກາດ​ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2011 ກ່ຽວ​ກັບ​ຫົວ​ເລື່ອງ “ ທາດ​ເສດ​ເຫຼືອ​ແຂງ ”. ບົດ​ລາຍ​ງານ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ບັນ​ດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ ທາດ​ເສດ​ເຫຼືອ​ແຂງ​ຢູ່​ຫວຽດນາມ; ບັນດາ​ຈຸດ​ພິ​ເສດ​ໃນ​ການ​ກຳຈັດທາດ​ເສດ​ເຫຼືອ​ແຂງ, ​ເກີດ​ມີທາດ​ເສດ​ເຫຼືອ​ແຂງຊະນິດ​ໃໝ່, ການ​ເກັບ​ໂຮມ, ຈັດ​ແບ່ງ​ປະ​ເພດ, ການ​ຂົນ​ສົ່ງ ​ແລະ ນຳ​ໃຊ້ ທາດ​ເສດ​ເຫຼືອ​ແຂງ​ຄືນ​​ໃໝ່; ຕີ​ລາຄາ​ສະພາບ​ຕົວ​ຈິງ ​ແລະ ບັນດາ​ສິ່ງ​ທີ່​ຍົງ​ຄົງ​ຄ້າງ​ໃນ​ວຽກ​ງານ​ຄຸ້ມ​ຄອງ; ຈາກ​ນັ້ນ​ນຳ​ສະ​ເໜີ​ວິທີ​ການ​ແກ້​ໄຂ, ຄຸ້ມ​ຄອງ ທາດ​ເສດ​ເຫຼືອ​ແຂງ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ສາດສະດາຈານ, ດຣ Pham Ngoc Dang ສັງກັດ​ຄະນະ​ຮຽບຮຽງ​ ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2011 ​ໃຫ້​ຮູ້​ວ່າ :

   “ ການ​ປະກາດ​ບົດ​ລາຍ​ງານ​ນີ້ ​ແມ່ນ​ຢາກ​ໃຫ້​ທຸກໆ​ອົງການ, ສ່ວນ​ບຸກຄົນ​ ລ້ວນ​ແຕ່​ຮູ້ຈັກ​ກ່ຽວ​ກັບສະພາບ​ຕົວ​ຈິງ​ຂອງ ທາດ​ເສດ​ເຫຼືອ​ແຂງຢູ່​ຫວຽດນາມ, ຈາກ​ນັ້ນ ກໍ​ພ້ອມ​ກັນ​ມີ​ສະຕິ​ເຂົ້າ​ຮ່ວມ​ການ​ຫຼຸດຜ່ອນ​ການ​ປ່ອຍ ທາດ​ເສດ​ເຫຼືອ​ ​ແລະ ຈັດ​ແບ່ງ​ປະ​ເພດ ກໍ​ຄື​ເກັບ​ໂຮມ ທາດ​ເສດ​ເຫຼືອ​ຢ່າງ​ເຖິງ​ຖອງ ​ເພື່ອ​ກຳ​ຈັດ​ຖືກ​ຕາມ​ເຕັກນິກ ​ແລະ ຄວາມ​ປອດ​ໄພ ຫຼັກ​ອະນາ​ໄມ. ​ເພາະວ່າ​ມັນ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງລະບົບ​ຊີວະ​ພາບ, ສຸຂະພາບ​ຂອງ​ປະຊາຊົນ ​ແລະ ນັບ​ທັງ​ການ​ພັດທະນາ​ເສດຖະກິດ ​ແລະ ການທ່ອງທ່ຽວ”

    ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2011 ຍັງ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ແນະ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ​ໃນ​ການ​ຄົ້ນ​ຄ້ວາ, ດັດ​ປັບ​ບາງ​ຕົວ​ເລກ​ຄາດໝາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ ທາດ​ເສດ​ເຫຼືອ​ແຂງ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຢູ່​ຫວຽດນາມ.

   

ຂ່າວ/ບົດ​ອື່ນ