ຫວຽດນາມ ປະກາດແຜນລະດົມແຫຼ່ງກຳລັງປະຕິບັດ JETP

(VOVWORLD) - ການຫັນປ່ຽນພະລັງງານຍຸຕິທຳ ມີຄວາມໝາຍຕັດສິນຕໍ່ເລື່ອງບັນລຸການກຳນົດທິດຍຸດທະສາດການພັດທະນາພະລັງງານ ແຫ່ງຊາດຂອງ ຫວຽດນາມ, ດ້ວຍຈຸດໝາຍບັນລຸລະດັບປ່ອຍອາຍພິດລົງລະດັບ “0” ໃນປີ 2050
ຫວຽດນາມ ປະກາດແຜນລະດົມແຫຼ່ງກຳລັງປະຕິບັດ JETP - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VGP/Nhật Bắc)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ຕອນບ່າຍວັນທີ 1 ທັນວາ, ຢູ່ ດູບາຍ, ສະຫະລັດອາຣັບ ເອມີເລັດ (UAE), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະກາດແຜນການລະດົມແຫຼ່ງກຳລັງປະຕິບັດຖະແຫຼງ ການການເມືອງ ສ້າງການພົວພັນຄູ່ຮ່ວມມື ຫັນປ່ຽນພະລັງງານຍຸຕິທຳ (JETP) ລະຫວ່າງ ຫວຽດນາມ ແລະ ກຸ່ມບັນດາຄູ່ຮ່ວມມືສາກົນ (IPG).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ການຫັນປ່ຽນພະລັງງານຍຸຕິທຳ ມີຄວາມໝາຍຕັດສິນຕໍ່ເລື່ອງບັນລຸການກຳນົດທິດຍຸດທະສາດການພັດທະນາພະລັງງານ ແຫ່ງຊາດຂອງ ຫວຽດນາມ, ດ້ວຍຈຸດໝາຍບັນລຸລະດັບປ່ອຍອາຍພິດລົງລະດັບ “0” ໃນປີ 2050; ທ່ານເນັ້ນໜັກວ່າ ຫວຽດນາມ ມີບັນດາບາດກ້າວຜັນຂະຫຍາຍຢ່າງເດັດຂາດ, ແຂງແຮງ ແລະ ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງໃນໄລຍະຜ່ານມາ ເພື່ອຍູ້ໄວວິວັດການຫັນປ່ຽນ ພະລັງງານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ 12 ການເຄື່ອນໄຫວລະອຽດ ຂອງ ຫວຽດນາມ, ໃນນັ້ນ, ມີການສ້າງຍຸດທະສາດ, ວາງແຜນຜັງຕາມທິດສີຂຽວ, ຫລຸດຜ່ອນ ອາຍພິດ, ພັດທະນາຂະແໜງອຸດສາຫະກຳ ພະລັງງານທົດແທນ, ແລະ ຫວ່າງແລ້ວນີ້ແມ່ນ ການຜັນຂະຫຍາຍໂຄງການພັດທະນາ ເຂົ້າສານມີຄຸນນະພາບສູງ 1 ລ້ານເຮັດຕາ.

ການນຳຂັ້ນສູງບັນດາປະເທດສະມາຊິກ IPG ຕີລາຄາສູງເລື່ອງ ຫວຽດນາມ ປະກາດໃຊ້ແຜນການລະດົມແຫຼ່ງກຳລັງເພື່ອປະຕິບັດ JETP; ຢັ້ງຢືນ ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການເງິນ, ເຕັກນິກ ແລະ ຍົກສູງກຳລັງຄວາມສາມາດດ້ານບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ