ຫວຽດນາມ ປະຕິບັດ ກົນໄກກວດກາເປັນປະຈຳຂອງສະພາສິດທິມະນຸດສະຫະປະຊາຊາດຢ່າງເຂັ້ມງວດ

ຫວຽດນາມ ປະຕິບັດ ກົນໄກກວດກາເປັນປະຈຳຂອງສະພາສິດທິມະນຸດສະຫະປະຊາຊາດຢ່າງເຂັ້ມງວດ - ảnh 1
(ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ໂຄງການ​ພັດທະນາ​
ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 06 ສິງຫາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາທາບທາມ​ກ່ຽວ​ກັບ​າງ​ບົດ​ລາຍ​ງານ​ແຫ່ງ​ຊາດ ຕາມ​ກົນ​ໄກ​ກວດກາ​ເປັນ​ປະຈຳ (UPR) ​ຮອບທີ່ 2 ຂອງ​ສະພາສິດທິ​ມະນຸດ​ສະຫະ​ປະຊາ​ຊາດ. ບົດ​ລາຍ​ງານ​ທີ່​​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງເຖິງ​ຫຼາຍ​ບັນຫາ​ສຳຄັນ ​ເຊິ່ງນອນ​ໃນກົນ​ໄກກວດກາ​ເປັນ​ປະຈຳຮອບ 2 ຂອງ​ສະພາ​ສິດ​ທິມະນຸດ​ສະຫະ​ປະຊາ​ຊາດ​ຄື: ປັບປຸງ​ລະບົບ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ສິດ​ທິມະນຸດ; ​ເພີ່ມ​ທະວີ​ການ​ສຶກສາ​ກ່ຽວ​ກັບ​ສິດ​ທິ​ມະນຸດ. ການປະຕິບັດ​ບັນດາ​ພັນທະສາກົນ​ກ່ຽວ​ກັບ​ສິດ​ທິ​ມະນຸດ... ພິ​ເສດ, ​ໃນ​ຮ່າງ​ບົດ​ລາຍ​ງານຄັ້ງ​ນີ້, ຫວຽດນາມ ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ເຄົາລົບ, ປົກ​ປ້ອງ ​ແລະ ຊຸກຍູ້​ບັນດາ​ສິດ​ທິມະນຸດ​ໃນ​ສະພາບ​ຕົວ​ຈິງ​​ຫຼາຍ​ກວ່າ ເຊິ່ງລວມມີ: ບັນດາ​ສິດ​ພົນລະ​ເຮືອນການ​ເມືອງ; ບັນດາ​ສິດ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ... ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ປັບປຸງ ​ແລະ ຮັບປະກັນ​ສິດ​ທິມະນຸດ. ທ່ານ​ນາງ Pratibha Mehta ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ອ​ວຍພອນ​ລັດຖະບານ​ຫວຽດນາມ ​ໄດ້​ມີ​ບັນດາ​ໝາກຜົນ​ທີ່​ໜ້າ​ຊົມ​ຊື່ນ ໃນການ​ປະຕິບັດ​ກົນ​ໄກ​ກ່ຽວ​ກັບ​ສິດທິ​ມະນຸດ ​ເຊິ່ງສະຫະ​ປະຊາ​ຊາດ​ ​ໄດ້​ຍົກ​ອອກ​ມາ ​ໃນ​ຊຸມ​ປີຜ່ານມາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ວິວັດ​ການ​ນີ້ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ. ຂ້າພະ​ເຈົ້າ​ກໍ່​ຕີ​ລາຄາ​ສູງ​ວິວັດ​ການ​ປະຕິບັດກົນ​ໄກ​ກວດກາ​ເປັນ​ປະຈຳຂອງ​ຫວຽດນາມ, ​ໃນ​ນັ້ນມີ​ການ​ຍົກ​ຮ່າງບົດ​ລາຍ​ງານ​​ອອກ​ເພື່ອຮັບຄຳເຫັນປະກອບຢ່າງ​ກ້ວາງ​ຂວາງ​ໃນ 6 ​ເດືອນ​ກ່ອນ​ທີ່​​ສະ​ເໜີ​ບົດ​ລາຍ​ງານ​ແຫ່ງ​ຊາດ​ທີ່​ສະພາ​ສິດທິ​ມະນຸດ”.
ຂ່າວ/ບົດ​ອື່ນ