ຫວຽດນາມ ປະຕິບັດຄຳໝັ້ນສັນຍາແຮງງານໃນສັນຍາ CPTPP ແລະ EVFTA

(VOVWORLD) -  ກອງປະຊຸມສຳມະນາກ່ຽວກັບຄຳໝັ້ນສັນຍາແຮງງານຂອງ ຫວຽດນາມ ໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA)  ໄດ້ດຳເນີນໃນວັນທີ 4 ທັນວາ ຢູ່ ນະຄອນ ໂຮ່ຈິມິນ.
ຫວຽດນາມ ປະຕິບັດຄຳໝັ້ນສັນຍາແຮງງານໃນສັນຍາ CPTPP ແລະ EVFTA - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືໂດຍໝູນອ້ອມເລື່ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ແລະ EVFTA; ຂັ້ນຕອນການສະເໜີໃຫ້ສັດຕະຍາບັນບັນດາສົນທິສັນຍາຂອງອົງການແຮງງານສາກົນ (ILO) ແລະ ປັບປຸງ, ເພີ່ມເຕີມປະມວນກົດໝາຍວ່າດ້ວຍແຮງງານ; ບັນດາລະບອບລະບຽບການ ແລະ ບຸກຄະລາກອນ ຫວຽດນາມ ຄວນກະກຽມເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ແລະ EVFTA; ເລື່ອງປະຕິບັດບັນດາມາດຕະຖານແຮງງານສາກົນຢູ່ວິສາຫະກິດ…

        ທ່ານ ຢ໊ວານເໝົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ ກະຊວງພວມຄົ້ນຄ້ວາຄວາມສາມາດໃນການໃຫ້ສັດຕະຍາບັນສົນທິສັນຍາພື້ນຖານຂອງອົງການແຮງງານສາກົນ 3 ສະບັບ ເພື່ອແນໃສ່ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາດ້ານແຮງງານຂອງ ຫວຽດນາມ ໃນບັນດາສັນຍາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ