ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນທຸກໆຄົນຢ່າງສະເໝີຕົ້ນສະເໝີປາຍ

(VOVWORLD) - ກະຊວງການຕ່າງປະເທດ, ພ້ອມກັບບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງ ຈະສ້າງເງື່ອນໄຂເພື່ອໃຫ້ຜູ້ຕາງໜ້າສຳນັກປະຈຳ ຫວຽດນາມ ປະຕິບັດສຳເລັດພາລະບົດບາດຂອງຕົນ
ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນທຸກໆຄົນຢ່າງສະເໝີຕົ້ນສະເໝີປາຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບ ທ່ານ Paul Richard Gallagher, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດສຳນັກ Vatican
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ຕອນບ່າຍວັນທີ 09 ເມສາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບ ທ່ານ Paul Richard Gallagher, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດສຳນັກ Vatican, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ. ຢູ່ທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ລັດ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນທຸກໆຄົນຢ່າງສະເໝີຕົ້ນສະເໝີປາຍ. ທ່ານສະເໜີວ່າ, ຫວຽດນາມ ແລະ ສຳນັກ Vatican ຮັກສາການເຄື່ອນໄຫວແລກປ່ຽນ, ພົບປະຂັ້ນສູງ ແລະ ກົນໄກເຈລະຈາໃຫ້ມີປະສິດທິຜົນ; ທ່ານຢືນຢັນວ່າ, ກະຊວງການຕ່າງປະເທດ, ພ້ອມກັບບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງ ຈະສ້າງເງື່ອນໄຂເພື່ອໃຫ້ຜູ້ຕາງໜ້າສຳນັກປະຈຳ ຫວຽດນາມ ປະຕິບັດສຳເລັດພາລະບົດບາດຂອງຕົນ, ປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ - ສຳນັກ Vatican ໃຫ້ນັບມື້ນັບພັດທະນາໃນໄລຍະຈະມາເຖິງ.

        ສ່ວນ ທ່ານ Paul Richard Gallagher, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດສຳນັກ Vatican ສະແດງຄວາມປິຕິຊົມຊື່ນເມື່ອເຫັນສະມາຄົມຄຼິດທະສາສະໜາ ຫວຽດນາມ ພັດທະນາ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ; ເຫັນດີຊຸກຍູ້ບັນດາການພົວພັນ, ແລກປ່ຽນ, ເພີ່ມທະວີການຮ່ວມມື 2 ຝ່າຍ; ທ່ານເຊື່ອໝັ້ນວ່າ, ການພົວພັນລະຫວ່າງ 2 ຝ່າຍຈະສືບຕໍ່ບັນລຸໄດ້ບັນດາບາດກ້າວສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ