ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​

(VOVWORLD) -ໃນປີຜ່ານມາ, ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ກອງປະຊຸມ AMEM 38 ໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ປະຊາຄົມ ອາຊຽນ ມີຄວາມຜູກພັນກວ່າໃນການຟື້ນຟູເສດຖະກິດ ແລະ ຫັນປ່ຽນພະລັງງານແບບຍືນຍົງໃນພາກພື້ນ.
ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະໄຂໃນຕອນເຊົ້າວັນທີ 15 ກັນຍາ (ພາບ: VOV)

ກອງປະຊຸມລັດຖະມົນຕີກະຊວງພະລັງງານ ອາຊຽນ ຄັ້ງທີ 39 (AMEM 29) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກຽມພ້ອມ, ພວກເຮົາວັດທະນາຖາວອນ” ຖືກດຳເນີນໃນລະຫວ່າງວັນທີ 13 – 16 ກັນຍາ ຕາມແບບທາງໄກ. ໃນວາລະໄຂທີ່ດຳເນີນໃນຕອນເຊົ້າວັນທີ 15 ກັນຍາ, ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດມອບໂອນບົດບາດປະທານ AMEM 2021  ໃຫ້ແກ່ທ່ານ ລັດຖະມົນຕີກະຊວງພະລັງງານ ບຣູໄນ Dato Seri Setia Dr. Awang Haiji Mat Suny bin Haji Md Hussein.

        ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ຕີລາຄາວ່າ: ໃນປີຜ່ານມາ, ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ກອງປະຊຸມ AMEM 38 ໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ປະຊາຄົມ ອາຊຽນ ມີຄວາມຜູກພັນກວ່າໃນການຟື້ນຟູເສດຖະກິດ ແລະ ຫັນປ່ຽນພະລັງງານແບບຍືນຍົງໃນພາກພື້ນ.

        ໃນກອງປະຊຸມ AMEM 39, ບັນດາລັດຖະມົນຕີ ຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການປະຕິບັດແຜນການດຳເນີນງານ ພະລັງງານ ອາຊຽນ 2016 – 2025 ໄລຍະທີ 1 (2016 – 2020) ກໍຄືຄວາມຄືບໜ້າຫຼາຍພໍສົມຄວນຂອງບັນດາໂຄງການພະລັງງານໃນພາກພື້ນ.

        ເນື່ອງໃນໂອກາດນີ້, ລັດຖະມົນຕີພະລັງງານບັນດາປະເທດສະມາຊິກ ອາຊຽນ ໄດ້ອອກຖະແຫຼງການຮ່ວມ Bandar Seri Begawan ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ແລະ ການຫັນປ່ຽນພະລັງງານ, ເຊິ່ງເປັນການຢັ້ງຢືນເຈດຈຳນົງຂອງບັນດາປະເທດສະມາຊິກ ໃນການພ້ອມກັນມຸ່ງໄປເຖິງເປົ້າໝາຍຄວາມໝັ້ນຄົງ ແລະ ການຫັນປ່ຽນພະລັງງານໃນພາກພື້ນ, ພ້ອມທັງຍົກອອກບັນດາມາດຕະການດ້ານການເງິນ, ດຶງດູດນັກລົງທຶນ, ການໜູນຊ່ວຍດ້ານເຕັກນິກ ເພື່ອພັດທະນາພື້ນຖານເສດຖະກິດ ທີ່ຈຳກັດທາດກາກບອນ ໃນປະຊາຄົມ ອາຊຽນ.  


ຕອບກັບ

ຂ່າວ/ບົດ​ອື່ນ