ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພ​ັນ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນສັນ​ຍາ​ສາ​ກົນ​ຢ່າງ​ຄົບ​ຖ້ວນ

(VOVWORLD) -ວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ (WTO) ໄລຍະ 2014 – 2019 ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນຕອນບ່າຍວັນທີ 27 ເມສາ.
ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພ​ັນ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນສັນ​ຍາ​ສາ​ກົນ​ຢ່າງ​ຄົບ​ຖ້ວນ - ảnh 1ວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ

ໃນວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ (WTO) ໄລຍະ 2014 – 2019 ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນຕອນບ່າຍວັນທີ 27 ເມສາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາຜົນງານຕັ້ງໜ້າ ແລະ ພົ້ນເດັ່ນຂອງ ຫວຽດນາມ ນັບແຕ່ການສຳຫຼວດຄັ້ງທຳອິດເມື່ອປີ 2013, ລວມທັງບັນດາຜົນງານກ່ຽວກັບການນຳເຂົ້າ - ສົ່ງອອກ, ການເຕີບໂຕ ແລະ ປະຕິຮູບເສດຖະກິດ ກໍຄືການກຳນົດທິດກໍ່ສ້າງ ແລະ ປະຕິບັດນະໂຍບາຍກ່ຽວຂ້ອງເຖິງດ້ານການຄ້າໃນໄລຍະຈະມາເຖິງ. ບັນດາຕົວເລກດັ່ງກ່າວ ຊີ້ໃຫ້ເຫັນລະດັບເປີດປະຕູຂອງພື້ນຖານເສດຖະກິດ ຫວຽດນາມ ກໍຄືຄວາມເອົາຈິງເອົາຈັງການໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ ນັບແຕ່ເມື່ອເຂົ້າຮ່ວມ ອົງການການຄ້າໂລກ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ກໍເນັ້ນໜັກເຖິງຄວາມຕັດສິນໃຈສືບຕໍ່ວິວັດການເຊື່ອມໂຍງຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ປະຕິຮູບເສດຖະກິດ ກໍຄືປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ. 

ຕອບກັບ

ຂ່າວ/ບົດ​ອື່ນ