ຫວຽດນາມ ປະຕິບັດບັນດາສິດທິຂອງປະຊາຊົນຢ່າງຄົບຖ້ວນ

ຫວຽດນາມ ປະຕິບັດບັນດາສິດທິຂອງປະຊາຊົນຢ່າງຄົບຖ້ວນ - ảnh 1
ທ່ານ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ເລເລືອງມິນ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຂັ້ນ​ສູງ​ສະພາ​ສິດທິ​ມະນຸດ ສະຫະ​ປ​ະຊາ​ຊາດ ຖືກ​ຈັດ​ຂຶ້ນ​ຢູ່​ສະ​ວິດ ​ເມື່ອ​ວັນ​ທີ 29/2, ທ່ານ​ ​ເລ​ເລືອ​ງມິນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢືນຢັນວ່າ: ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ສິດທິ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ. ຕາມ​ທ່ານ​ເລ​ເລືອ​ງມິນ ​ແລ້ວ, ຫວຽດນາມ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ນີ້​ຜ່ານ​ການ​ປະຕິບັດ​ບັນດາ​ນະ​ໂບບາຍ ຖືມະນຸດ​ເປັນ​ຈຸດ​ສຸມ ​ແລະ ​ເພື່ອ​ຜູ້​ທຸກ​ຍາກ, ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ມີ​ຜົນ​ປະ​ໂຫຍ​ດທີ່​ສຸດ​ໃຫ້​ແກ່​ປະຊາຊົນ. ​ໃນ​ສະພາບ​ການ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ທົ່ວ​​ໂລກ. ຫວຽດນາມ​ໄດ້​ມານະ​ພະຍາ​ຍາມຮັກສາລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແຕ່ລະ​ປີ​ແມ່ນ 6%, ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນຄົງ​ເພື່ອ​ຮັບປະກັນ​ປະຕິບັດ​ບັນດາ​ສິດ​ທີ່​ເປັນ​ພື້ນຖານ​ຂອງ​ປະຊາຊົນ. ລັດຖະບານຫວຽດນາມ​ສະ​ຫງວນບຸລິມະສິດ​ສູງ​ໃຫ້​ແກ່​ການ​ປະຕິ​ຮູບ​ກົດໝາຍ, ການບໍລິຫານ ​ແລະ ຕຸລາການ​ເພື່ອ​ແນ​ໃສ່​ຮັບປະກັນ​ເພີ່ມ​ທະວີ​ສິດທິ​ຂອງ​ປະຊາຊົນ​ທັງ​ໃນ​ກົດໝາຍ ​ແລະ ຕົວ​ຈິງ​ກ່ວາ​ອີກ, ລວມມີ​ສິດ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ, ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສາ​ນ. ​​ໃນ​ລະດັບ​ພາກ​ພື້ນ, ຫວຽດນາມ ຕັ້ງໜ້າ​ເຂົ້າ​ຮ່ວມ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (ຫຼື AICHR).

 

ຂ່າວ/ບົດ​ອື່ນ