ຫວຽດ​ນາມ ປ​ະ​ຕິ​ບັດ​ສຳ​ເລັດ​ການ​ສະ​ໜອງໄຟ​ຟ້າ​ໃຫ້​ແກ່​ປະ​ຊ​າ​ຊົນ​ເຂດ​ຊົນ​ນະ​ບົດ ແລະ ຫ່າງ​ໄກ​ສອກຫຼີກກ​ວ່າ 17 ລ້ານຄອບ​ຄົວ

(VOVWORLD) -ເລື່ອງສົ່ງໄຟຟ້າລົງສູ່ຊົນນະບົດແມ່ນໜຶ່ງໃນບັນດາຜົນງານສຳຄັນ ແລະ ພົ້ນເດັ່ນຂອງ ຫວຽດນາມ ດ້ວຍອັດຕາຄອບຄົວມີໄຟຟ້າໃຊ້ໄດ້ເພີ່ມຂຶ້ນ ແຕ່ 2,5% ໃນປີ 1975 ເພີ່ມຂຶ້ນ 96% ໃນປີ 2009 ແລະ 99,53% ໃນປີ 2019.
ຫວຽດ​ນາມ ປ​ະ​ຕິ​ບັດ​ສຳ​ເລັດ​ການ​ສະ​ໜອງໄຟ​ຟ້າ​ໃຫ້​ແກ່​ປະ​ຊ​າ​ຊົນ​ເຂດ​ຊົນ​ນະ​ບົດ ແລະ ຫ່າງ​ໄກ​ສອກຫຼີກກ​ວ່າ 17 ລ້ານຄອບ​ຄົວ - ảnh 1ທ່ານ ດັ້ງຮວ່າງອານ, ຮອງລັດຖະມົນຕີກະຊວງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ:BNEWS/TTXVN)

ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດການສະໜອງໄຟຟ້າໃຫ້ແກ່ກວ່າ 17 ລ້ານຄອບຄົວຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີດ, ເຂດຊາຍແດນ ແລະ ທະເລໝູ່ເກາະ. ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ ໂຄງການເປົ້າໝາຍສະໜອງໄຟຟ້າໃຫ້ເຂດຊົນນະບົດ, ເຂດພູດອຍ ແລະ ທະເລໝູ່ເກາະ ໄລຍະ 2016 – 2020 ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 14 ມັງກອນຢູ່ຮ່າໂນ້ຍ, ທ່ານ ດັ້ງຮວ່າງອານ, ຮອງລັດຖະມົນຕີກະຊວງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ:

  “ເລື່ອງສົ່ງໄຟຟ້າລົງສູ່ຊົນນະບົດ ໄດ້ຊ່ວຍປ່ຽນແປງໂຄງປະກອບເສດຖະກິດ, ເພີ່ມສະມັດຕະພາບການປູກຝັງ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນເຂດຊົນນະບົດ; ເສີມຂະຫຍາຍຄຸນຄ່າຂອງຜະລິດຕະພັນໂດຍພື້ນຖານ ແລະ ເປີດກວ້າງຂະແໜງອາຊີບໃໝ່ຢູ່ເຂດຊົນນະບົດ; ປັບປຸງຊີວິດທາງດ້ານວັດທະນະທຳ, ຍົກສູງຄວາມຮູ້ຂອງປະຊາຊົນ, ນຳມາເຊິ່ງຜົນປະໂຫຍດພື້ນຖານ ແລະ ຍາວນານໃຫ້ແກ່ທ້ອງຖິ່ນ, ເປັນພື້ນຖານແກ່ການກໍ່ສ້າງຊົນນະບົດໃໝ່ໃນສະໄໝຫັນເປັນອຸດສາຫະກຳ ແລະ ເຊື່ອມໂຍງເສດຖະກິດເຂົ້າກັບສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ