ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

(VOVWORLD) -ຫວຽດນາມ ເດັດດ່ຽວຄັດຄ້ານຂໍ້ຕົກລົງຕາມລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດນີ້ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ
ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ - ảnh 1ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ

ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍວັນທີ 29 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະປະຕິເສດຂໍ້ຕົກລົງຂອງຈີນ ກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ ແລະຮຽກຮ້ອງທຸກຝ່າຍ ເຄົາລົບກົດໝາຍສາກົນ ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ປີ 1982 ພ້ອມທັງຢັ້ງຢືນທຸກການກະທຳລະເມີດຂອງບັນດາຝ່າຍຢູ່ທະເລຕາເວັນອອກແມ່ນໄຮ້ຄຸນຄ່າ.

ຕໍ່ຫນ້າຂ່າວຄາວທີ່ວ່າ ຕຳຫລວດຈີນ ອອກຖະແຫລງປະຕິບັດຄຳສັ່ງຫ້າມຫາປາ ນັບແຕ່ວັນທີ 1 ພຶດສະພາປີ 2021 ຢູ່ເຂດທະເລ ຊື່ງລວມມີ ສ່ວນຫນຶ່ງຂອງອ່າວພາກເຫນືອ ແລະ ໝູ່ເກາະຮ່ວາງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ, ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

 “ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ດ້ານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືບັນດາສິດຖືກຕ້ອງຕາມກົດໝາຍສຳລັບບັນດາເຂດທະເລຂອງ ຫວຽດນາມ ໂດຍໄດ້ກຳນົດແມ່ນສອດຄ່ອງກັບ UNCLOS ປີ 1982. ຫວຽດນາມ ເດັດດ່ຽວຄັດຄ້ານຂໍ້ຕົກລົງຕາມລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດນີ້ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດກົດໝາຍສາກົນ ໃນນັ້ນ ມີ UNCLOS, ໄປຝືນກັບເນື້ອໃນຈິດໃຈຂອງ DOC, ໄປຝືນກັບ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນດາບັນຫາຢູ່ທະເລ ລະຫວ່າງຫວຽດນາມ ແລະຈີນ”

ຕອບກັບ

ຂ່າວ/ບົດ​ອື່ນ