ຫວຽດນາມ ປາດຖະຫນາຢາກຮ່ວມມືຄຸ້ມຄອງ ແລະນຳໃຊ້ແຫລ່ງນ້ຳຈາກແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະຍືນຍົງ

(VOVWORLD) -ໂດຍແມ່ນປະເທດຢູ່ລຸ່ມແມ່ນ້ຳຂອງ, ຫວຽດນາມ ມີຄວາມສົນໃຈເຖິງບັນດາການກະທົບຂ້າມຊາຍແດນ ແລະຄວາມສາມາດເກັບນ້ຳຂອງບັນດາກິດຈະກຳໄຟຟ້ານ້ຳຕົກຢູ່ຕາມແມ່ນ້ຳຂອງ.
ຫວຽດນາມ ປາດຖະຫນາຢາກຮ່ວມມືຄຸ້ມຄອງ ແລະນຳໃຊ້ແຫລ່ງນ້ຳຈາກແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະຍືນຍົງ - ảnh 1ຮູບພາບ ແມ່ນ້ຳຂອງ.ພາບ:TTXVN

ຕອນບ່າຍວັນທີ 23 ພຶດສະພາ  ທີ່ການຖະແຫລງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຜົນກະທົບຂອງບັນດາກິດຈະກຳເຂື່ອນໄຟຟ້າຢູ່ ຍ່ານເຫນືອແມ່ນ້ຳຂອງສຳລັບເຂດລຸ່ມແມ່ນ້ຳຂອງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານ ດວ່ານຄັກຫວຽດ ຊີ້ແຈ້ງວ່າ: ແມ່ນ້ຳຂອງແມ່ນແມ່ນ້ຳຮ່ວມ ຂ້າມຊາຍແດນ ແລະ ໄຫລຜ່ານຫລາຍປະເທດ. ໂດຍແມ່ນປະເທດຢູ່ລຸ່ມແມ່ນ້ຳຂອງ, ຫວຽດນາມ ມີຄວາມສົນໃຈເຖິງບັນດາການກະທົບຂ້າມຊາຍແດນ ແລະຄວາມສາມາດເກັບນ້ຳຂອງບັນດາກິດຈະກຳໄຟຟ້ານ້ຳຕົກຢູ່ຕາມແມ່ນ້ຳຂອງ. ການພັດທະນາ ແລະ ການ ເຄື່ອນໄຫວບັນດາກິດຈະກຳໄຟຟ້ານ້ຳຕົກຕາມແມ່ນນ້ຳຂອງ ຄວນຮັບປະກັນບໍ່ກໍ່ຜົນກະທົບຫຍໍ້ທໍ້, ລວມມີ ບັນດາການກະທົບຂ້າມຊາຍແດນເຖິງສິ່ງແວດລ້ອມກໍ່ຄືພັດທະນາເສດຖະກິດ -ສັງຄົມຂອງບັນດາປະເທດລົ່ງແມ່ນ້ຳ ເປັນຕົ້ນແມ່ນບັນດາປະເທດລຸ່ມແມ່ນ້ຳ ແລະ ຕ້ອງສອດຄ່ອງກັບກົດໝາຍ ແລະ ທຳນຽມສາກົນ. ຫວຽດນາມ ປາດຖະຫນາ ແລະ ພ້ອມແລ້ວຈະພ້ອມກັບບັນດາປະເທດກ່ຽວຂ້ອງເພີ່ມທະວີການຮ່ວມມື ຄຸ້ມຄອງ ແລະນຳໃຊ້ແຫລ່ງນ້ຳຈາກແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ