ຫວຽດ​ນາມ ປາດ​ຖະ​ໜາ ວ່າ ລີ​ບັງ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ໂດຍ​ໄວ

(VOVWORLD) -ວັນທີ 17 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ລີບັງ ແລະ ການປະຕິບັດມະຕິເລກທີ 1701 ຂອງ ສປຊ.
ຫວຽດ​ນາມ ປາດ​ຖະ​ໜາ ວ່າ ລີ​ບັງ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ໂດຍ​ໄວ - ảnh 1 ກອງປະຊຸມສະມັດຊາໃຫຍ່ ສປຊ (ພາບ: vov.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນ ແລະ ປາດຖະໜາວ່າ ປະຊາຄົມສາກົນ ແລະ ບັນດາອົງການຂອງ ສປຊ ຈະສືບຕໍ່ໜູນຊ່ວຍ ເພື່ອໃຫ້ລີບັງ ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານເອກອັກຄະລັດຖະທູດ ກໍເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ບົດບາດຂອງກຳລັງຊົ່ວຄາວຂອງ ສປຊ ຢູ່ ລີບັງ ຍິ່ງມີຄວາມຈຳເປັນເພື່ອຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ບັນດາການນຳ ລີບັງ ຈະສ້າງຕັ້ງລັດຖະບານໃໝ່ໂດຍໄວ ເພື່ອນຳພາປະເທດຜ່ານຜ່າວິກິດການນີ້.


ຕອບກັບ

ຂ່າວ/ບົດ​ອື່ນ