ຫວຽດນາມ ປາດ​ຖະໜາ ອາ​ເມ​ລິ​ກາ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ

(VOVWORLD) -.ທ່ານ ໂດ໋ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ, ພົນເອກ ຢັ້ງຢືນວ່າ ຫວຽດນາມ ຍາມໃດຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ ຂອງຫວຽດນາມໃນຂົງເຂດເສດຖະກິດ, ການຄ້າ.

        ທີ່ການຕ້ອນຮັບຄະນະຜູ້ແທນກໍາມາທິການການທະຫານ ສະພາແຫ່ງຊາດ ອາເມລິກາ ໂດຍທ່ານ Seth Moulton ສະມາຊິກສະພາຕໍ່າ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນວັນທີ 20 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ໂດ໋ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ, ພົນເອກ ຢັ້ງຢືນວ່າ ຫວຽດນາມ ຍາມໃດຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ ຂອງຫວຽດນາມໃນຂົງເຂດເສດຖະກິດ, ການຄ້າ.

        ໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ສະເໜີວ່າ ອາເມລິກາ ຈະສືບຕໍ່ເອົາໃຈໃສ່ເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄົມ ຢູ່ຫວຽດນາມ, ໃນນັ້ນ ມີການສໍາຫຼວດ, ເກັບກູ້ລູກລະເບີດຍັງບໍ່ທັນແຕກ, ສືບຕໍ່ກໍາຈັດທາດພິດຢູ່ສະໜາມບິນ ບຽນຮວ່ າ ແລະ ກໍາຈັດທາດພິດທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ໜູນຊ່ວຍຄົນພິການ, ຜູ້ຖືກຕິດທາດພິດສີສົ້ມ; ໜູນຊ່ວຍ ແລະ ສະໜັບສະໜູນຫວຽດນາມ ຍົກສູງກໍາລັງຄວາມສາມາດ, ການເຄື່ອນໄຫວຢູ່ທະເລ... ພ້ອມກັນນັ້ນ, ສອງປະເທດກໍ່ຊຸກຍູ້ການພົວພັນກັບບັນດາອົງການຂອງສະພາແຫ່ງຊາດໃນທຸກຂົງເຂດ.

        ສ່ວນທ່ານ Seth Moulton ສະມາຊິກສະພາຕໍ່າ ໃຫ້ຄໍາໝັ້ນສັນຍາ ຈະໜູນຊ່ວຍຍົກສູງກໍາລັງຄວາມສາມາດໃຫ້ແກ່ຕໍາຫຼວດທະເລ ແລະ ກໍາລັງທະຫານປ້ອງກັນທະເລຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ