ຫວຽດ​ນາມ ປາດ​ຖະ​ໜາ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ປະ​ຊາ​ຄົມ​ສາ​ກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ ມຽນ​ມາ ຜ່ານ​ຜ່າ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ແລະ ຄວາມ​ຫຍຸ້ງ​ຍາກ

(VOVWORLD) -       ຕອນບ່າຍວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກປຸກລະດົມການຊ່ວຍເຫຼືອມະນຸດສະທຳແກ່ ມຽນມາ. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ເຊິ່ງເປັນຜູ້ປະສານງານກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ໃຫ້ແກ່ ມຽນມາ ໄດ້ເປັນປະທານກອງປະຊຸມ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆໃນ ອາຊຽນ ແລະ ຜູ້ຕາງໜ້າຈາກຫຼາຍຄູ່ຮ່ວມມື.
ຫວຽດ​ນາມ ປາດ​ຖະ​ໜາ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ປະ​ຊາ​ຄົມ​ສາ​ກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ ມຽນ​ມາ ຜ່ານ​ຜ່າ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ແລະ ຄວາມ​ຫຍຸ້ງ​ຍາກ - ảnh 1ກອງປະຊຸມທາງໄກປຸກລະດົມການຊ່ວຍເຫຼືອມະນຸດສະທຳແກ່ ມຽນມາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງການເຄື່ອນໄຫວນີ້ໄດ້ຢ່າງທັນການ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນການປະຕິບັດຄວາມເຫັນດີເຫັນພ້ອມ 5 ປະການ. ທ່ານກໍໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ຜູ້ປະສານງານກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ໃຫ້ແກ່ ມຽນມາ ແລະ ສູນ AHA ໃນການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ມຽນມາ.

        ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກໍໄດ້ແບ່ງເບົາຄວາມຫຍຸ້ງຍາກ ເຊິ່ງປະເທດ ແລະ ປະຊາຊົນ ມຽນມາ ພວມປະເຊີນໜ້າຍ້ອນໂລກລະບາດໂຄວິດ - 19 ພ້ອມທັງປາດຖະໜາວ່າ ບັນດາປະເທດ ອາຊຽນ, ຄູ່ຮ່ວມມື ແລະ ປະຊາຄົມສາກົນ ຈະພ້ອມກັນຮ່ວມແຮງຮ່ວມໃຈແບ່ງປັນ, ຊ່ວຍເຫຼືອ ມຽນມາ ແລະ ປະຊາຊົນປະເທດນີ້ ຜ່ານຜ່າໂລກລະບາດ ແລະ ຄວາມຫຍຸ້ງຍາກ. ຕາມນັ້ນແລ້ວ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ໃນເບື້ອງຕົ້ນຈະໃຫ້ການຊ່ວຍເຫຼືອ ມຽນມາ ກ່ຽວກັບວັດຖຸອຸປະກອນການແພດ ມີມູນຄ່າ 100.000 USD.

        ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມື ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ມຽນມາ ເງິນຈຳນວນປະມານ 9 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ