ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນເສດຖະກິດ, ການຄ້າກັບ ອີຣານ ກ່ວາອີກ

(VOVWORLD) - ວັນທີ 24 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Saleh Adibi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນເສດຖະກິດ, ການຄ້າກັບ ອີຣານ ກ່ວາອີກ - ảnh 1 ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານ Saleh Adibi (ພາບ: ຫວຽດນາມ+)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ແລະ ອີຣານ ຄວນສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ເພື່ອຊຸກຍູ້ການພົວພັນດ້ານການເມືອງ, ການທູດ; ໄປຄຽງຄູ່ກັນນັ້ນ ແມ່ນຍູ້ແຮງການປະຕິບັດຄາດໝາຍບັນລຸວົງເງິນການຄ້າສອງສົ້ນ 2 ຕື້ USD ໃນປີ 2020. ດັ່ງນັ້ນ 2 ຝ່າຍຄວນຮ່ວມມື ເພື່ອໃຫ້ມີກົນໄກສະດວກ, ເປັນຕົ້ນແມ່ນວິທີການຊຳລະເງິນລະຫວ່າງວິສາຫະກິດ 2 ປະເທດ. ຫວຽດນາມ ກໍ່ປາດຖະໜາຢາກ ຍູ້ແຮງການຮ່ວມມືກັບ ອີຣານ ໃນຂົງເຂດກະສິກຳ, ນ້ຳມັນອາຍແກັສ, ສະເໜີ ອີຣານ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນເຂົ້າ ອີຣານ. ສ່ວນທ່ານ ເອກອັກຄະລັດຖະທູດ Saleh Adibi ໃຫ້ຮູ້ວ່າ: ອີຣານ ສົນໃຈເຖິງການຮ່ວມມືໃນຂົງເຂດທະນາຄານກັບ ຫວຽດນາມ ແລະ ຫວັງວ່າ 2 ຝ່າຍຈະສ້າງຕັ້ງຄະນະກຳມະການປະສົມໃນຂົງເຂດນີ້. ນອກນັ້ນ ອີຣານ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດວິທະຍາສາດ, ເຕັກນິກ, ກະສິກຳ…

ຕອບກັບ

ຂ່າວ/ບົດ​ອື່ນ