ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບໂອຕຣິດ

(VOVWORLD) - ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບໂອຕຣິດ.

ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໃນວັນທີ 17 ມັງກອນ, ທີ່ການຕ້ອນຮັບທ່ານ Thomas Schuller Gotzburg ເອກອັກຄະລັດຖະທູດ ໂອຕຣິດ ມາຮັບໜ້າທີ່ທາງການທູດຢູ່ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ - ການລົງທຶນ… ສະນັ້ນ, ຄວນສົ່ງເສີມບັນດາລາຍການ, ໂຄງການຮ່ວມມືໃຫ້ຫຼາຍກວ່າອີກ.

ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບໂອຕຣິດ - ảnh 1 ທ່ານ ຫງວຽນຊວນຟູ໋ກ ແລະ ທ່ານ Thomas Schuller Gotzburg 

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີລັດຖະບານ ໂອຕຣິດມີການກະທົບເພື່ອໃຫ້ ອີຢູ່ ລົງນາມຢ່າງເປັນທາງການ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ່ (EVFTA) ໂດຍໄວເພື່ອແນໃສ່ເປິີດບັນດາກາລະໂອກາດໃໝ່ໃຫ້ວິສາຫະກິດສອງປະເທດຮ່ວມມືລົງທຶນ, ດຳເນີນທຸລະກິດ.

        ເຫັນດີເຫັນພ້ອມກັບຂໍ້ສັງເກດຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືຂອງສອງປະເທດຍັງໃຫຍ່ຫຼວງຢູ່, ທ່ານ ເອກອັກຄະລັດຖະທູດ Thomas Schuller Gotzburg ໃຫ້ຮູ້ວ່າຈະລາຍງານເພື່ອໃຫ້ລັດຖະບານ ໂອຕຣິດ ຍູ້ໄວການຜັນຂະຫຍາຍບັນດາໂຄງການຮ່ວມມືກັບ ຫວຽດນາມ, ໃນນັ້ນມີການສະໜອງ ODA ໃຫ້ບັນດາໂຄງການສາທາລະນະສຸກກັບບັນດານະໂຍບາຍພິເສດກວ່າ, ກໍ່ຄືຍູ້ແຮງການຮ່ວມມືໃນຂົງເຂດການເງິນ. ທ່ານ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າສັນຍາການຄ້າເສລີ ຫວຽດນາມ - ອີຢູ່ ພວມຢູ່ໃນວິວັດການໃຫ້ສັດຕະຍາບັນ ແລະ ເຊື່ອໝັ້ນວ່າລັດຖະບານ ໂອຕຣິດ ແລະ ອີຢູ່ ຈະສະໜັບສະໜູນໃຫ້ວິວັດການນີ້.

        ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ໄດ້ຕ້ອນຮັບທ່ານ Park Hoong Ook ຜູ້ອຳນວຍການໃຫຍ່ ບໍລິສັດອຸດສາຫະກຳໜັກ Doosan  ຫວຽດນາມ (Doosan Vina) .

ຕອບກັບ

ຂ່າວ/ບົດ​ອື່ນ