ຫວຽດ​ນາມ ​ປາດ​ຖະ​ໜາ​ຢາກອອກ​ຖະ​ແຫຼງການ​ຮ່ວມ ​ກຳ​ນົດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ເມັກ​ຊີ​ໂກ ໂດຍ​ໄວ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາ, ພົບປະກັບຜູ້ຕາງໜ້າການນຳສະພາສູງ ແລະ ສະພາຕ່ຳ, ບາງອົງການທີ່ກ່ຽວຂ້ອງຂອງ ເມັກຊີໂກ.
ຫວຽດ​ນາມ ​ປາດ​ຖະ​ໜາ​ຢາກອອກ​ຖະ​ແຫຼງການ​ຮ່ວມ ​ກຳ​ນົດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ເມັກ​ຊີ​ໂກ ໂດຍ​ໄວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທ່ານພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫາກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເມັກຊີໂກ ໃນລະຫວ່າງວັນທີ 28 – 30 ກັນຍາ. ນີ້ແມ່ນການເຄື່ອນໄຫວທາງການທູດຂອງຊ່ອງທາງລັດຖະສະພາ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຍົກລະດັບການພົວພັນ ຫວຽດນາມ - ເມັກຊີໂກ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີນີ້, ກໍ່ຄືມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດໃນປີ 2025.

ໃນຂອບເຂດການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາ, ພົບປະກັບຜູ້ຕາງໜ້າການນຳສະພາສູງ ແລະ ສະພາຕ່ຳ, ບາງອົງການທີ່ກ່ຽວຂ້ອງຂອງ ເມັກຊີໂກ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟຶອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຊຸກຍູ້ການພົວພັນທີ່ເປັນມູນເຊື້ອກັບບັນດາປະເທດຢູ່ພາກພືື້ນ ອາເມລິກາລາຕິນ, ພິເສດແມ່ນລັດ, ລັດຖະສະພາ ແລະ ປະຊາຊົນ ເມັກຊີໂກ. ຕາມທ່ານຮອງປະທານສະພາແຫ່ງຊາດແລ້ວ, ປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ເມັກຊີໂກ ພວມບັນລຸບລະດັບສູງໃໝ່, ເປັນຈຸດເວລາທີ່ເໝາະສົມເພື່ອໃຫ້ສອງປະເທດ ຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ປາດຖະໜາກຢາກໃຫ້ສອງຝ່າຍແລກປ່ຽນ, ເປັນດີເປັນເອກະພາບ ຕໍ່ຮ່າງຖະແຫຼງການຮ່ວມ ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເມັກຊີໂກ ໂດຍໄວ.

ສ່ວນບັນດາການນຳ ເມັກຊີໂກ ຢັ້ງຢືນວ່າ ເມັກຊີໂກ ຍາມໃດກໍ່ປາດຖະໜາຢາກ ເພີ່ມທະວີການພົວພັນກັບ ຫວຽດນາມ ໃນທຸກຊ່ອງທາງ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ