ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ອຽກລັງ

(VOVWORLD) - ທ່ານ ໂດ໋ວຽດຮຸ່ງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ອຽກລັງ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ອຽກລັງ - ảnh 1ການເຮັດວຽກລະຫວ່າງທ່ານ ໂດ໋ຮຸ່ງຫວຽດ, ຜູ້ຊ່ວຍວຽກລັດຖະມົນຕີ ແລະ ທ່ານ Colm Brophy, ລັດຖະມົນຕີກະຊວງການຕ່າງປະເທດ ອຽກລັງ (ພາບ: baoquocte.vn)

ວັນທີ 4 ກໍລະກົດ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ໂດ໋ຮຸ່ງຫວຽດ, ຜູ້ຊ່ວຍວຽກລັດຖະມົນຕີ ມີໄດ້ເຮັດວຽກກັບທ່ານ Colm Brophy, ລັດຖະມົນຕີກະຊວງການຕ່າງປະເທດ ອຽກລັງ. ທ່ານ ໂດ໋ວຽດຮຸ່ງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ອຽກລັງ. ທ່ານລັດຖະມົນຕີ Brophy ຢັ້ງຢືນວ່າ ອຽກລັງ ຍາມໃດກໍ່ຖືການພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ, ພິເສດໃນສະພາບການສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ຮັບການປະຕິບັດ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ຽວກັບດ້ານການເມືອງ, ການທູດ, ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ ເພື່ອແນໃສ່ຮັດແໜ້ນການພົວພັນທາງດ້ານການເມືອງ ແລະ ເສດຖະກິດ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານຜະລິດຄືນໃໝ່, ກະສິກຳເຕັກໂນໂລຊີສູງ, ປະດິດຄິດສ້າງ, ການຮ່ວມມືພັດທະນາ, ການສຶກສາ - ບຳລຸງສ້າງ, ພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ