ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ໂປໂລຍ

(VOVWORLD) - ທ່ານຫວັງວ່າ, ໂປໂລຍ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລົງທຶນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ໂປໂລຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານນາງ Anna Krystyna Radwan-Röhrenschef, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ
(ພາບ: TTXVN)

        ຕອນບ່າຍວັນທີ 29 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Anna Krystyna Radwan-Röhrenschef, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ ທີ່ພວມຢ້ຽມຢາມ ຫວຽດນາມ ເພື່ອດຳເນີນການທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂປໂປຍ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນຂອງ ໂປໂລຍ ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອຮັບປະກັນການດຳລົງຊີວິດທີ່ເປັນປົກກະຕິໃຫ້ແກ່ຂອງປະຊາຄົມຊາວ ຫວຽດນາມ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນໃຫ້ແກ່ເສດຖະກິດ - ສັງຄົມຂອງປະເທດປະຈຳຖິ່ນ, ກໍຄືປະຕິບັດບົດບາດເປັນຂົວເຊື່ອມຕໍ່ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ; ທ່ານຫວັງວ່າ, ໂປໂລຍ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລົງທຶນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານນາງຮອງລັດຖະມົນຕີ Anna Krystyna Radwan-Röhrenschef, ຢືນຢັນວ່າ, ຈະຊຸກຍູ້ບັນດາກະຊວງ, ຂະແໜງການຂອງ ໂປໂລຍ ສົມທົບກັບຝ່າຍ ຫວຽດນາມ ເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ