ຫວຽດນາມ ປາດຖະໜາຢາກເພີ່ມຜະລິດຕະພັນຈຳໜ່າຍຢູ່ສ.ເຊັກໂກ ຕື່ມອີກ

ຫວຽດນາມ ປາດຖະໜາຢາກເພີ່ມຜະລິດຕະພັນຈຳໜ່າຍຢູ່ສ.ເຊັກໂກ ຕື່ມອີກ - ảnh 1
ຫວຽດນາມ ປາດຖະໜາຢາກເພີ່ມຜະລິດ
ຕະພັນຈຳໜ່າຍຢູ່ສ.ເຊັກໂກ ຕື່ມອີກ

(vovworld) - ​ ສະຖານທູດ ຫວຽດນາມ ປະ​ຈຳ ສ.​ເຊັກ​ໂກ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເຊັກ​ໂກ, ​ໃນ​ນັ້ນ ມີ​ກຸ່ມ​ບໍລິສັດ Makro, ​ໄດ້​ພົບປະ, ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ເພື່ອ​​ເພີ່ມ​ຜະລິດ​ຕະພັນ​​ຂອງ ຫວຽດນາມ​ ​ເຖິງ​ຜູ້​ໃຊ້​ສອຍ ​ເຊັກ​ໂກ ຕື່ມ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ ​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Guillaume Chene ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Makro ຢູ່ ​ເຊັກ​ໂກ ​ແລະ ສ​ໂລ​ວາ​ກີ. ທີ່ Praha ​ໃນ​ວັນ​ທີ 30/03. ທີ່​ການ​ຕ້ອນຮັບ ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ ຕີ​ລາຄາ​ສູງ​ແນວ​ຄວາມ​ຄິດ​​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ໃນ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ຂອງ​ກຸ່ມ​ບໍລິສັດ Makro ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ສະ​ເໜີ​​ກຸ່ມ​ບໍລິສັດ​ໜູນ​ຊ່ວຍ​ການໂຄສະນາ, ​ເປີດ​ກ້ວາງ​ຂອບຂະໜາດ​ການ​ແນະນຳ​ສິນຄ້າ ຫວຽດນາມ ​ເຖິງ​ຜູ້​ໃຊ້​ສອຍ ​ເຊັກ​ໂກ.

        ທ່ານ Guillaume Chene ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ກຸ່ມ​ບໍລິສັດ Makro ​ ຍັງ​ຄົງ​ນຳ​ເຂົ້າ ​ແລະ ຈຳໜ່າຍ​ສິນຄ້າຂອງ ຫວຽດນາມ ​ເຖິງ​ລູກ​ຄ້າ ​ເຊັກ​ໂກ ​ຫລາຍ​ແຫ່ງ. ຕາມ​ທ່ານ Chene ​ ​ແລ້ວ, ຖ້າ​ຫາກ​ສິນ​ຄ້າ ຫວຽດນາມ ບໍ່​ຖືກ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ​ຄື ພາສີ​ອາກອນ ຈະ​ມີສິນຄ້າ​ຫລາຍ​ປະ​ເພດ​ຂອງ ຫວຽດນາມ ​ມີໜ້າ​ຢູ່ ​ເຊັກ​ໂກ, ສ​ໂລ​ວາ​ກີ ​​ແລະ ຫລາຍ​ປະ​ເທດ​ ເອີລົບ ອື່ນໆອີກ​.

        “​ແນ່ນ​ອນ​ວ່າ ສິນຄ້າ ຫວຽດນາມ ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຫລາຍ​ຢ່າງ​ ​ເພື່ອ​ນຳເຂົ້າ​ຕະຫລາດ ​ເຊັກ​ໂກ ຍ້ອນທ່າ​ອ່ຽງການ​ຕະຫລາດ​ຍາມ​ໃດ​ກໍ່​ປ່ຽນ​ແປງ, ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ​ແລະ Makro ພວກ​ຂ້າພະ​ເຈົ້າ ຊອກ​ຮູ້, ສະ​ເໜີ​ການ​ຮ່ວມ​ມື. ​ໃນ​ຮອບ 2 ​ເດືອນ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າຈະ​ວາງ​ຂາຍ​ສິນຄ້າ​ໃໝ່ຂອງ ຫວຽດນາມ 450 ຊະນິດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​​ສິນຄ້າ ຫວຽດນາມ ​​ເປັນ​ຈຳນວນ​ຫລວງຫລາຍ​ຖືກ​ນຳເຂົ້າ ​ເຊັກ​ໂກ​ໃນ​ໄລຍະ​ຈະ​ມາ​ເຖິງ ​”.

 

ຕອບກັບ

ຂ່າວ/ບົດ​ອື່ນ