ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້ IMO ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເດີນ​ເຮືອ

(VOVWORLD) -ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບໃນການປະຕິບັດບັນດາສົນທິສັນຍາສາກົນເວົ້າລວມ ແລະ ສົນທິສັນຍາສາກົນກ່ຽວກັບການເດີນເຮືອເວົ້າສະເພາະ.
ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້ IMO ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເດີນ​ເຮືອ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານເລຂານຸການໃຫຍ່ ອົງການການເດີນເຮືອສາກົນ (IMO) Kitack Lim

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເລຂານຸການໃຫຍ່ ອົງການການເດີນເຮືອສາກົນ (IMO) Kitack Lim, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບໃນການປະຕິບັດບັນດາສົນທິສັນຍາສາກົນເວົ້າລວມ ແລະ ສົນທິສັນຍາສາກົນກ່ຽວກັບການເດີນເຮືອເວົ້າສະເພາະ. ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ອົງການ IMO ສືບຕໍ່ຊ່ວຍເຫຼືອ ຫວຽດນາມ ເພື່ອພັດທະນາຂະແໜງການເດີນເຮືອ, ໂດຍສະເພາະແມ່ນໃນຂົງເຂດວິທະຍາສາດຄຸ້ມຄອງບໍລິຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການສ້າງ, ປັບປຸງລະບົບກົດໝາຍກ່ຽວກັບການເດີນເຮືອໃຫ້ສົມບູນແບບ ແລະ ເຂົ້າຮ່ວມການລົງນາມ, ຜັນຂະຫຍາຍສົນທິສານຍາສາກົນກ່ຽວກັບການເດີນເຮືອສະບັບຕ່າງໆ.

        ສ່ວນທ່ານເລຂານຸການໃຫຍ່ ອົງການການເດີນເຮີອສາກົນ (IMO) Kitack Lim ໄດ້ສະແດງຄວາມປະທັບໃຈເປັນຢ່າງຍິງຕໍ່ວິໄສທັດ, ຄວາມຕັດສິນໃຈ, ຄວາມານະພະຍາຍາມ ແລະ ມາດຕະການຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍຫຼຸດຜ່ອນອາຍພິດເຮືອນແກ້ວລົງເປັນ 0 ໃນປີ 2050. ທ່ານ Kitack Lim ກໍສະເໜີໃຫ້ ຫວຽດນາມ ເພີ່ມທະວີການແບ່ງປັນບົດຮຽນ, ປະສົບການ, ຮ່ວມມືກັບບັນດາປະເທດສະມາຊິກ, ພ້ອມກັບ IMO ປະຕິບັດຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນອາຍພິດເຮືອນແກ້ວ, ພັດທະນາຂະແໜງການເດີນເຮືອນແບບຍືນຍົງ. ທ່ານກໍໃຫ້ຮູ້ວ່າ IMO  ຈະຕັ້ງໜ້າຜັນຂະຫຍາຍບັນດາຂໍ້ສະເໜີຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາ.


ຕອບກັບ

ຂ່າວ/ບົດ​ອື່ນ