ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນພັດທະນາພະລັງງານທົດແທນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ລາຊະອານາຈັກ ອັງກິດ ແນະນຳບັນດາວິສາຫະກິດທີ່ລົງທຶນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ລະບົບເກັບໄຟຟ້າຢ່າງໃຫຍ່ຫຼວງ... ໃຫ້ບັນລຸຜົນສຳເລັດ.
ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນພັດທະນາພະລັງງານທົດແທນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ງຮົ່ງຮ່າ ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ ກໍ່ປ່ອຍກາກບອນ (Net Zero) ຂອງລາຊະອານາຈັກ ອັງກິດ
(ພາບ: VGP)

        ຕອນບ່າຍວັນທີ 31 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ໄດ້ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ ກໍ່ປ່ອຍກາກບອນ (Net Zero) ຂອງລາຊະອານາຈັກ ອັງກິດ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີ Graham Stuart, ໄດ້ເປັນເອກະພາບຊຸກຍູ້ບາງໂຄງການພະລັງງານທົດແທນລະອຽດ ດ້ວຍການເຂົ້າຮ່ວມຂອງວິສາຫະກິດແຖວໜ້າຂອງ 2 ປະເທດ, ເປັນພື້ນຖານເພື່ອແລກປ່ຽນ, ແບ່ງປັນບົດຮຽນຂອງ 2 ຝ່າຍຢ່າງແທດຈິງ, ບັນລຸປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ລາຊະອານາຈັກ ອັງກິດ ແນະນຳບັນດາວິສາຫະກິດທີ່ລົງທຶນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ລະບົບເກັບໄຟຟ້າຢ່າງໃຫຍ່ຫຼວງ... ໃຫ້ບັນລຸຜົນສຳເລັດ. ພ້ອມກັນນັ້ນແມ່ນແບ່ງປັນບົດຮຽນໃນການສ້າງນະໂຍບາຍ, ມາດຕະຖານ, ກົນໄກຊື້-ຂາຍໂດຍກົງຈາກແຫຼ່ງພະລັງງານທົດແທນ…

        ສ່ວນທ່ານລັດຖະມົນຕີ Graham Stuart, ໄດ້ແຈ້ງຂໍ້ມູນກ່ຽວກັບວິວັດການ, ໝາກຜົນການຫັນປ່ຽນບັນດາແຫຼ່ງພະລັງງານນຳໃຊ້ຖ່ານຫີນ, ເຊື້ອເພີງ ໄປສູ່ແຫຼ່ງພະລັງງານທົດແທນ. ທ່ານກໍ່ແບ່ງປັນບົດຮຽນທີ່ຖອດຖອນມາໄດ້ຈາກວິວັດການດັ່ງກ່າວ, ກໍຄືເລື່ອງລັດຖະບານເຂົ້າຮ່ວມວິວັດການສ້າງຄວາມສະດວກໃຫ້ແຫຼ່ງເງິນລົງທຶນຈາກບັນດາອົງການຈັດຕັ້ງການເງິນໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ