ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ບັນ​ດາ​ໂຄງ​ການຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa ຮອງປະທານທະນາຄານ ໂລກ (WB) ຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ບັນ​ດາ​ໂຄງ​ການຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa ຮອງປະທານທະນາຄານ ໂລກ (WB) (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ທ່ານນາງ Victoria Kwakwa ແມ່ນຜູ້ມີຄຸນງາມຄວາມດີໃນການຊຸກຍູ້ບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ WB ແລະ ຫວຽດນາມ, WB ບໍ່ພຽງແຕ່ອຸປະຖຳ, ໜູນຊ່ວຍ ຫວຽດນາມໃນການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ຫວຽດນາມ ໃນການສ້າງສຳເລັດລະບອບລະບຽບການໃນຫຼາຍປີທີ່ຜ່ານມາ.

        ສ່ວນທ່ານນາງ Victoria Kwakwa ໄດ້ຢັ້ງຢືນຈະໜູນຊ່ວຍ ຫວຽດນາມ ຈົນສຸດຄວາມສາມາດຂອງຕົນ ໃນການຊື້ວັກຊິນເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ເມື່ອເຕື້ອງເຖິງການພັດທະນາເສດຖະກິດສັງຄົມ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາງ Victoria Kwakwa ຖືວ່າ ຫວຽດນາມ ມີກອບນະໂຍບາຍພັດທະນາສົມບູນແບບພໍສົມຄວນແລ້ວ, ເປັນຕົ້ນແມ່ນການພັດທະນາເຂດເສດຖະກິດຈຸດສຸມ, ການຫັນເປັນດີຈີຕອນ, ພັດທະນາແບບກວມລວມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ