ຫວຽດ​ນາມ - ຝ​ລັ່ງ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ ຕາ​ເວັນ​ອອກ

(VOVWORLD) -ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Alice Guitton ຫົວໜ້າກົມໃຫຍ່ພົວພັນສາກົນ ແລະ ຍຸດທະສາດ (ກະຊວງປ້ອງກັນປະເທດ ຝລັ່ງ) ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມການສົນທະນາຍຸດທະສາດ ແລະ ຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຝລັ່ງ ຄັ້ງທີ 2.
ຫວຽດ​ນາມ - ຝ​ລັ່ງ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ ຕາ​ເວັນ​ອອກ - ảnh 1(ພາບປະກອບ: TTXVN)

  ນະທີ່ນີ້, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ການພົວພັນສອງຝ່າຍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ວິທະຍາສາດເຕັກນິກ… ໃນສະພາບການລວມຂອງການພົວພັນສອງປະເທດ, ການຮ່ວມມືທາງດ້ານປ້ອງກັນຊາດຍາມໃດກໍແມ່ນຂົງເຂດໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຝລັ່ງ ຈະສືບຕໍ່ໄດ້ຮັບການຊຸກຍູ້, ນັບມື້ນັບມີປະສິດທິຜົນ, ແທດຈິງ ໂດຍອີງໃສ່ພື້ນຖານຄວາມເໝາະສົມກັບຄວາມຕ້ອງການ ແລະ ເງື່ອນໄຂຕົວຈິງຂອງແຕ່ລະຝ່າຍ.

ທ່ານນາງ Alice Guitton ປາຖະໜາວ່າ ໃນໄລຍະຈະມາເຖິງ ກະຊວງປ້ອງກັນປະເທດ ຝລັ່ງ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຈະສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສົນທະນາຍຸດທະສາດ ແລະ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຝລັ່ງ ຄັ້ງທີ 2, ໂດຍສະເພາະແມ່ນທ່າແຮງ ເຊິ່ງສອງຝ່າຍມີຄວາມຕ້ອງການ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານນາງ Alice Guitton ຫົວໜ້າກົມໃຫຍ່ພົວພັນສາກົນ ແລະ ຍຸດທະສາດ, ກະຊວງປ້ອງກັນປະເທດ ຝລັ່ງ ໄດ້ເປັນປະທານຮ່ວມການສົນທະນາຍຸດທະສາດ ແລະ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຝລັ່ງຄັ້ງທີ 2.


ຕອບກັບ

ຂ່າວ/ບົດ​ອື່ນ