ຫວຽດນາມ - ຝລັ່ງ ເພີ່ມທະວີການຮ່ວມມືໃນຂົງເຂດການບິນ, ພະລັງງານ ແລະ ພື້ນຖານໂຄງລ່າງ

ຫວຽດນາມ - ຝລັ່ງ ເພີ່ມທະວີການຮ່ວມມືໃນຂົງເຂດການບິນ, ພະລັງງານ ແລະ ພື້ນຖານໂຄງລ່າງ - ảnh 1
ຫວຽດນາມ - ຝລັ່ງ ເພີ່ມທະວີການຮ່ວມມືໃນຂົງເຂດ
ການບິນ, ພະລັງງານ ແລະ ພື້ນຖານໂຄງລ່າງ

(ພາບ: VGP)


​(vovworld) – ຕອນ​ເຊົ້າ​ວັນ​ທີ 15/04, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Matthias Fekl, ລັດຖະມົນຕີວ່າກາ​ນຮັບຜິດຊອບ​ການ​ຄ້າ​ຕ່າງປະ​ເທດ, ສົ່ງ​ເສີມ​ການທ່ອງ​ທ່ຽວ ​ແລະ ປະຊາ​ຄົມ​ຊາວຝລັ່ງ ຢູ່​ຕ່າງປະ​ເທດ, ຂຶ້ນ​ກັບກະຊວງ​ການ​ຕ່າງປະ​ເທດ ​ແລະ ພັດທະນາ​ສາກົນຝລັ່ງ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ກອງ​ປະຊຸມສົນທະນາ​ຂັ້ນ​ສູງ​ປະຈຳ​ປີ​ກ່ຽວ​ກັບ​ເສດຖະກິດ​ຫວຽດນາມ - ຝລັ່ງ ຄັ້ງ​ທີ 3, ພາຍ​ໃຕ້​ການ​ເປັນ​ປະທາ​ນຮ່ວມ​ຂອງ​ທ່ານ Matthias Fekl ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຫງວຽນ​ຈິ໋ຢຸງ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ສຳ​ຫຼວດກວດຄືນ, ຕີ​ລາຄາ ​ແລະ ຊອກ​ຫາ​ທິດ​ທາງ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຝລັ່ງ ​ໃນ​​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ. ຂອບ​ໃຈ​ຝລັ່ງ ທີ່​​ໄດ້​ສະ​ຫງວນທຶນ ODA, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​, ສັງຄົມ​ຂອງ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ສະ​ແດງ​ຄວາມ​ປາດ​ຖະໜາວ່າ ຝລັ່ງ ຈະສືບ​ຕໍ່​ສະຫງວນ​ທຶນ ODA ​ໃຫ້​ແກ່​ຫວຽດນາມ ​ໃນ​ບັນດາ​​ໂຄງການ​ພື້ນຖານ​ໂຄງ​ລ່າງ, ສາ​ທາລະນະ​ສຸກ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ… ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຈະໜູນ​ຊ່ວຍ ​ແລະ ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງຝລັ່ງ ມາ​ລົງທຶນດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ສະ​ເໜີ, 2 ຝ່າຍ​ຄວນ​ຍູ້​ໄວ​ການປະຕິບັດ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ໄດ້​​ແລກປ່ຽນ ​ແລະ ​ລົງ​ນາມ​ແລ້ວຄື: ​ໂຄງການ​ດາວ​ທຽມ​ນ້ອຍ​ຫວຽດນາມ ​ສັງ​ເກດ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ​ໄພ​ທຳ​ມະ​ຊາດ; ​ທາງ​ລົດ​ໄຟ​ຕົວ​ເມືອງ​ຢູ່​ນະຄອນ​ຮ່າ​ໂນ້ຍ, ຕອນ ຍົນ - ສະຖານ​ນີລົດ​ໄຟ​ຮ່າ​ໂນ້ຍ; ​ໂຄງການ​ຮ່ວມ​ມື​ລະຫວ່າງ GDF Suez ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​​ແກັດ​ຫວຽດນາມ, ບັນດາ​ສັນຍາ​ຊື້​ຍົນ​ການ​ຄ້າ.
ຂ່າວ/ບົດ​ອື່ນ