ຫວຽດ​ນາມ ພິ​ຈາ​ລະ​ນາການເຊື່ອມຕໍ່​ບາງສາຍການ​ບິນສາ​ກົນ

(VOVWORLD) -ຕອນເຊົ້າວັນທີ 18 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານຮອງບາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເປັນປະທານກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ຫວຽດ​ນາມ ພິ​ຈາ​ລະ​ນາການເຊື່ອມຕໍ່​ບາງສາຍການ​ບິນສາ​ກົນ - ảnh 1ທ່ານຮອງບາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເປັນປະທານກອງປະຊຸມ(ພາບ: VGP)

ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳແຫ່ງຊາດໄດ້ຕີລາຄາສະພາບການເຊື້ອພະຍາດພາຍໃນປະເທດ, ພາກພື້ນ ແລະ ໃນໂລກ; ວຽກງານການຄຸ້ມຄອງບັນດາຊາຍແດນ, ຄົນເຂົ້າເມືອງ; ພິຈາລະນາການເຊື່ອມຕໍ່ບາງສາຍການບິນສາກົນ; ພອນຜັນການໄປມາກັບບາງປະເທດໄດ້ຄວບຄຸມໄດ້ເຊື້ອພະຍາດ; ຍູ້ແຮງການຄົ້ນຄ້ວາບັນດາກໍລະນີສົງໄສ ແລະ ຈັດຕັ້ງສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດ…

ທ່ານຮອງບາຍົກລັດຖະມົນຕີເນັ້ນໜັກທັດສະນະ, ປະຕິບັດຄາດໝາຍແຕ່ຕ້ອງຮັບປະກັນປອດໄພ, ຄະນະຊີ້ນຳແຫ່ງຊາດສະໜີໃຫ້ສະມາຊິກທັງໝົດກວດກາຄືນໃໝ່ວຽກງານທັງໝົດ, ຄາດໝາຍໄດ້ມອບໝາຍ; ຮຽກຮ້ອງໃຫ້ບັນດາກຳລັງປ້ອງກັນ, ສະກັດກັ້ນເຊື້ອພະຍາດບໍ່ໄດ້ປະໝາດ, ພອນຜັນ, ພ້ອມແລ້ວຮັບມືກັບສະພາວະການອາດຈະເກີດໃໝ່. ເພືຶ່ອປົກປັກຮັກສາບັນດາຜົນສຳເລັດໄດ້ບັນລຸໃນວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດ, ສ້າງເງື່ອນໄຂພັດທະນາດ້ານເສດຖະກິດ, ສັງຄົມພາຍໃນປະເທດ, ຕາມຄະນະຊີ້ນຳແຫ່ງຊາດ, ຕ້ອງຈະສືບຕໍ່ຮັດແໜ້ນການຄຸ້ມຄອງບັນດາຊາຍແດນ, ການຄຸ້ມຄອງຄົນເຂົ້າເມືອງ, ບໍ່ໄດ້ເຊື້ອພະຍາດແຜ່ລະບາດໃນຊຸມຂົນ.

ກໍ່ທີກອງປະຊຸມ, ຄະນະຊີ້ນຳແຫ່ງຊາດໄດ້ປຶກສາຫາລື, ເຫັນດີເພື່ອບົດລາຍງານອົງການທີ່ມີອຳນາດຕັດສິນບັນດາສາຍການບິນການຄ້າສຳລັບບາງປະເທດ, ຜືນແຜ່ນດິນ, ບັດຈຸປັນ ພື້ນຖານໄດ້ ຄວບຄຸມເຊື້ອພະຍາດ ແລະ ມີການພົວພັນຢ່າງເລິກເຊິ່ງກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ