ຫວຽດ​ນາມ ພັດ​ທະ​ນາ​ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ​ໄວ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ບົດລາຍງານໄດ້ຍົກໃຫ້ເຫັນແຈ້ງເລື່ອງ ຫວຽດນາມລື່ນກາຍ ຟີລິບປິນ ກາຍເປັນຕະຫຼາດການຄ້າເອເລັກໂຕນິກໃຫຍ່ອັນດັບທີ 3 ໃນພາກພື້ນ.
ຫວຽດ​ນາມ ພັດ​ທະ​ນາ​ການ​ຄ້າ​ເອ​ເ​ລັກ​ໂຕ​ນິກ​ໄວ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ພາບປະກອບ: TTXVN

ບົດລາຍງານການຄ້າເອເລັກໂຕນິກ ອາຊີຕາເວັນອອກສ່ຽງໃຕ້ຂອງອົງການ OpenGov Asia ໄດ້ປະກາດວ່າ ຫວ່າງແລ້ວນີ້ ຫວຽດນາມ ແລະ ໄທພົ້ນເດັ່ນຂຶ້ນແມ່ນ 2 ຕະຫຼາດການຄ້າເອເລັກໂຕນິກມີການພັດທະນາໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ບົດລາຍງານໄດ້ຍົກໃຫ້ເຫັນແຈ້ງເລື່ອງ ຫວຽດນາມລື່ນກາຍ ຟີລິບປິນ ກາຍເປັນຕະຫຼາດການຄ້າເອເລັກໂຕນິກໃຫຍ່ອັນດັບທີ 3 ໃນພາກພື້ນ.

ຕາມ OpenGov Asia ແລ້ວ, ປີ 2023, ຍອດມູນຄ່າສິນຄ້າ (GMV) ຂອງ 8 ພື້ນຖານການຄ້າເອເລັກໂຕນິກແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້ບັນລຸ 114,6 ຕື້USD, ເພີ່ມຂຶ້ນ 15%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍດ້ານເສດຖະກິດມະຫາພາກ, ຂົງເຂດການຄ້າເອເລັກໂຕນິກຢູ່ອາຊີຕາເວັນອອກສ່ຽງໃຕ້ ຍັງສະແດງໃຫ້ເຫັນການເຕີບໂຕຢ່າງຕໍ່ເນື່ອງ, ດ້ວຍ GMVໃນປີ 2024 ຄາດວ່າຈະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2020. ຫວຽດນາມ ແລະ ໄທນຳໜ້າໃນການເຕີບໂຕ, ດ້ວຍ GMV ເພີ່ມຂຶ້ນຕາມລຳດັບແມ່ນ 52,9% ແລະ 34,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕະຫຼາດການຄ້າເອເລັກໂຕນິກ ຫວຽດນາມ ມີອັດຕາເຕີບໂຕເປັນປົກກະຕິດ້ວຍລະດັບເຕີບໂຕຄິດໄລ່ສະເລ່ຍແຕ່ລະປີແຕ່ 16 - 30% ໃນ4ປີຜ່ານມາ ເຊິ່ງແມ່ນລະດັບສູງທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ