ຫວຽດນາມ ພັດທະນາຊຸດ Kid ກວດຫາເຊື້ອ ແລະ ບົ່ງມະຕິພະຍາດໂຄວິດ-19 ສຳເລັດຕື່ມອີກ 2 ຊຸດ

(VOVWORLD) -  VinKit SARS-CoV-2 RT-PCR 1.0 ແລະ VinKit SARS-CoV-2 Multiplex RT-PCR ແມ່ນ 2 ຊຸດ Kit ໃໝ່ເພື່ອກວດຫາເຊື້ອ ແລະ ບົ່ງມະຕິພະຍາດໂຄວິດ-19 ໂດຍສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec (ສັງກັດກຸ່ມບໍລິສັດ Vingroup). ຈຸດແຕກຕ່າງກັນຂອງ 2 ຊຸດ Kit ດັ່ງກ່າວ ແມ່ນຂັ້ນຕອນການປະຕິບັດ. 
ຫວຽດນາມ ພັດທະນາຊຸດ Kid ກວດຫາເຊື້ອ ແລະ ບົ່ງມະຕິພະຍາດໂຄວິດ-19 ສຳເລັດຕື່ມອີກ 2 ຊຸດ - ảnh 1 ຊຸດ VinKit SARS-CoV-2 Multiplex RT-PCR. (ພາບ: tuoitre.vn)

ທ່ານສາດສະດາຈານ - ປອ ຫງວຽນແທັງລຽມ, ຫົວໜ້າສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec ໃຫ້ຮູ້ວ່າ: ຍ້ອນການປະສົມເຂົ້າກັນ “3 ໃນ 1”, ຊຸດ VinKit SARS-CoV-2 Multiplex RT-PCR ໂດຍ Vinmec ຄົ້ນຄວ້າ, ປັບປຸງໄດ້ຫລຸດຜ່ອນຂັ້ນຕອນເຕັກນິກລົງໄດ້ 2 ສ່ວນ 3, ຈຳກັດຄວາມຜິດພາດໃນວິວັດການປະຕິບັດໄດ້ຢ່າງສຸດຂີດ ແລະ ປະຢັດຄ່າໃຊ້ຈ່າຍ. ພິເສດແມ່ນ ຊຸດ VinKit ໄດ້ເພີ່ມຄວາມໄວໃນການວິໄຈຫາເຊື້ອຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ຊຸດ Kit ທີ່ພວມຂາຍຢູ່ທ້ອງຕະຫລາດ. ນີ້ແມ່ນສິ່ງທີ່ສຳຄັນໃນການຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ. ປະຈຸບັນ, Vinmec ພວມຮີບເຮັ່ງປະຕິບັດຂັ້ນຕອນຜະລິດ ແລະ ເຮັດລະບຽບການຈົດທະບຽນ ເພື່ອນຳໃຊ້ຢ່າງກ້ວາງຂວາງ.

        VinKit SARS-CoV-2 RT-PCR 1.0 ແລະ VinKit SARS-CoV-2 Multiplex RT-PCR ແມ່ນ 2 ຊຸດ Kit ໂດຍສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec ຄົ້ນຄວ້າໂດຍອີງໃສ່ຂັ້ນຕອນເຕັກໂນໂລຊີຂອງສູນການແພດປ້ອງກັນ ແລະ ຄວບຄຸມເຊື້ອພະຍາດ ອາເມລິກາ (CDC ອາເມລິກາ), ເຊິ່ງກົມຄຸ້ມຄອງສະບຽງອາຫານ ແລະ ການຢາ ອາເມລິກາ ອະນຸຍາດໃຫ້ນຳໃຊ້ເມື່ອເດືອນ ມີນາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ