ຫວຽດນາມ ພັດທະນາໃນພື້ນຖານຢ່າງໜັກແໜ້ນ

(VOVWORLD) - ບົດຂຽນກໍ່ໄດ້ຮັບຮູ້ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດກິດໂລກຍ້ອນວິກິດການຢູ່ ຢູແກຼນ ກໍ່ໃຫ້ເກີດເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ...
ຫວຽດນາມ ພັດທະນາໃນພື້ນຖານຢ່າງໜັກແໜ້ນ - ảnh 1ບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt)

ດ້ວຍຫົວຂໍ້ “ພັດທະນາເສດຖະກິດໃນພື້ນຖານຢ່າງໜັກແໜ້ນ”, ນັກຂ່າວ Gerhard Feldbauer ມີບົດຂຽນໃນໜັງສືພິມໂລກໄວໜຸ່ມ (Junge Welt) ຂອງເຢຍລະມັນ, ສະບັບອອກວັນທີ 2 ສິງຫາ, ໃນນັ້ນໄດ້ຕີລາຄາລະດັບການເຕີບໂຕຢ່າງແຮງຂອງ ຫວຽດນາມ ໃນ 2 ປີເກີດໂລກລະບາດໂຄວິດ - 19, ໃນຂະນະທີ່ການລົງທຶນໂດຍກົງຈາກຕ່າງປະເທດພວມເພີ່ມຂຶ້ນຢ່າງແຮງ. ບົດໜັງສືພິມໃຫ້ຮູ້ວ່າ ໃນສະພາບເສດຖະກິດຝ່າຍຕາເວັນຕົກພວມມີສັນຍານຖືກຊຸດໂຊມນັ້ນ, ພື້ນຖານເສດຖະກິດ ຫວຽດນາມ ຍັງພັດທະນາຢ່າງແຮງ.

        ບົດຂຽນກໍ່ໄດ້ຮັບຮູ້ ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດກິດໂລກຍ້ອນວິກິດການຢູ່ ຢູແກຼນ ກໍ່ໃຫ້ເກີດເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ II/2022 ໄດ້ເພີ່ມຂຶ້ນ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເພີ່ມຂຶ້ນຢ່າງແຮງຈາກຕົວເລກ 5,05% ຂອງໄຕມາດທີ I/2022. ໝາກຜົນທີ່ດີນີ້ສ່ວນຫຼາຍແມ່ນອີງໃສ່ການສົ່ງອອກເພີ່ມຂຶ້ນສູງ. ບົດຂຽນໄດ້ຄັດສະເໜີຕົວເລກຂອງທະນາຄານ HSBC ໂດຍໃຫ້ຮູ້ວ່າ: ຫວຽດນາມ ນອນໃນກຸ່ມປະເທດມີການເຕີບໂຕສູງທີ່ສຸດໃນພາກພື້ນ ຍ້ອນແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກຍັງບັນລຸການເຕີບໂຕໃນ 2 ປີຢ່າງລຽນຕິດ ນັບແຕ່ເມື່ອເກີດໂລກລະບາດໂຄວິດ -19. ການລົງທຶນໂດຍກົງຈາກຕ່າງປະເທດຂອງ ຫວຽດນາມ ກໍ່ພວມເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ