ຫວຽດນາມ ພົບປະສົນທະນາສຳເລັດຜົນຢູ່ CERD ຕ້ານການ ຈຳແນກເຊື້ອຊາດຜິວພັນ

 ຫວຽດນາມ ພົບປະສົນທະນາສຳເລັດຜົນຢູ່ CERD ຕ້ານການ ຈຳແນກເຊື້ອຊາດຜິວພັນ - ảnh 1

ຫວຽດນາມມີຫລາຍນະໂຍບາຍບຸລິມະສິດໃຫ້ແກ່ ປຊຊ ຊົນເຜົ່າສ່ວນຫນ້ອຍ
ພາບປະກອບ
(vovworld) - ​    ຄະນະຜູ້ແທນລັດຖະບານ ຫວຽດນາມ ແລະ ຄະນະກຳມະການ​ສົນທິ ສັນຍາ​ຕ້ານ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ ຫລື (CERD) ຫາ​ກໍ​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ເປັນ 2 ຄັ້ງ​ກັບ  CERD ກ່ຽວ​ກັບ​ບົດ​ລາຍ​ງານ​ປະຕິ​ບັດ​ສົນທິສັນຍາ​ສາກົນ ລົບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກ​ເຊື້ອ​ຊາດ​ຜິ​ວພັນ​ໄລຍະ 2000 -2009 ຂອງ​ຫວຽດນາມ ຢູ່​ ເຊີ​ແນວ ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 21 - 22/02. ທ່ານ ຮ່າ​ຮຸ່ງ ຮອງ​ລັດຖະມົນຕີ, ຮອງ​ຫົວຫນ້າ​ຄະນະ​ກຳມະການ​ຊົນ​ເຜົ່າ, ຫົວຫນ້າ​ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ຕອບ​ຄຳ​ຖາມ 40 ຂໍ້ ຂອງ​ບັນດາ​ສະມາຊິກ CERDທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຮັບປະກັນ​ບັນດາ​ສິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ໂດຍ​ສົນທິສັນ​ຍາ ກຳນົດ. ກ່ຽວຂ້ອງ​ເຖິງ​ບັນດາ​ຂ່າວ​ຄາວ​ທີ່​ວ່າ ມີ​ການຈຳ​ແນ​ກປະ​ພຶດຕໍ່​ສຳລັບ​ບັນດາ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ, ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ກົດໝາຍ​ຂອງ​ຫວຽດນາມ ມີ​ຫລາຍ​ນະ​ໂຍບາຍ​ບູລິ​ມະ​ສິດ​ໃຫ້​ແກ່​ປະຊາຊົນຊົນ​ເຜົ່າ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ສຳ​ພັດ​ກັບ​ຕະຫລາດ​ແຮງ​ງານ, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ຊຸກຍູ້​​ພັດທະນາການ​ຜະລິດ, ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ