ຫວຽດ​ນາມ ພວມ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ໄດ້​ຮັບ​ຄວາມ​ນິ​ຍົມ ຂອງ​ຊາວ​ອິນ​ໂດ​ເນ​ເຊຍ

(VOVWORLD) - ໜັງສືພິມ Tempo ໄດ້ຄັດສະເໜີຕົວເລກຢ່າງເປັນທາງການຂອງ ລັດຖະບານ ຫວຽດນາມ ທີ່ໃຫ້ຮູ້ວ່າຈຳນວນແຂກທ່ອງທ່ຽວອິນໂດເນເຊຍ ມາຫວຽດນາມ  ເພີ່ມຂຶ້ນ 188% ໃນໄຕມາດທີ I ປີ 2024 ເມື່ອທຽບໃສ່ກັບໄລຍະກ່ອນເກີດພະຍາດໂຄວິດ - 19.
ຫວຽດ​ນາມ ພວມ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ໄດ້​ຮັບ​ຄວາມ​ນິ​ຍົມ ຂອງ​ຊາວ​ອິນ​ໂດ​ເນ​ເຊຍ - ảnh 1ພາບປະກອບ: Tempo

ວັນທີ 3 ເມສາ, ໜັງສືພິມ Tempo ຂອງ ອິນໂດເນເຊຍໄດ້ລົງຂໍ້ມູນຂ່າວ ໂດຍໃຫ້ຂໍ້ສັງເກດວ່າ ຂະແໜງທ່ອງທ່ຽວຂອງ ຫວຽດນາມ ພວມມີການເຕີບໂຕຢ່າງແຮງ ແລະ ຫວຽດນາມ ພວມກາຍເປັນສະຖານທີ່ທ່ອງທ່ຽວ ທີ່ນັບມື້ນັບໄດ້ຮັບຄວາມນິຍົມຈາກຊາວ ອິນໂດເນເຊຍ.

ລະອຽດແມ່ນ, ໜັງສືພິມ Tempo ໄດ້ຄັດສະເໜີຕົວເລກຢ່າງເປັນທາງການຂອງ ລັດຖະບານ ຫວຽດນາມ ທີ່ໃຫ້ຮູ້ວ່າຈຳນວນແຂກທ່ອງທ່ຽວອິນໂດເນເຊຍ ມາຫວຽດນາມ  ເພີ່ມຂຶ້ນ 188% ໃນໄຕມາດທີ I ປີ 2024 ເມື່ອທຽບໃສ່ກັບໄລຍະກ່ອນເກີດພະຍາດໂຄວິດ - 19 ແລະ ແຂກທ່ອງທ່ຽວອິນໂດເນເຊຍ ແມ່ນຈຳນວນແຂກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວ ຫວຽດນາມ ຫຼາຍຢູ່ອັນດັບທີ 3 ໃນໄຕມາດທີ 1.

ເມື່ອຕີລາຄາກ່ຽວກັບຕະຫຼາດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີການພັດທະນາຢ່າງແຮງຂອງ ຫວຽດນາມ, ໜັງສືພິມ Tempo ໃຫ້ຮູ້ວ່າ ອາຊີ ໄດ້ກາຍເປັນຕະຫຼາດທ່ອງທ່ຽວຫຼັກ ຂອງ ຫວຽດນາມ ດ້ວຍນະໂຍບາຍຍົກເວັ້ນວີຊາ 30 ວັນໃຫ້ແກ່ພົນລະເມືອງບັນດາປະເທດ ສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ