ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Paris

(VOVWORLD) -ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານ, ນັກຄົ້ນຄ້ວາ ແບ່ງປັນວິໄສທັດກ່ຽວກັບບັນດາສິ່ງທ້າທາຍເຊິ່ງ ຫວຽດນາມພວມປະເຊີນໜ້າ, ແບ່ງປັນວິທີການປະພຶດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ເຊິ່ງແຕ່ລະຄົນສາມາດນຳໃຊ້ໃນຊີວິດປະຈຳວັນ. 
ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Paris - ảnh 1 ການໂອ້ລົມສົນທະນາ “ຜ່ານຜ່າບັນດາສິ່ງທ້າທາຍ ຈາກການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ

ຕອນຄ່ຳວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ, ສະຖາບັນຝລັ່ງປະຈຳ ຮ່າໂນ້ຍ ແລະ ສູນພັດທະນາຂໍ້ລິເລີ່ມສີຂຽວ (Green ID) ໄດ້ສົມທົບກັນຈັດການໂອ້ລົມສົນທະນາ “ຜ່ານຜ່າບັນດາສິ່ງທ້າທາຍ ຈາກການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ, ພາຍຫຼັງ ການຮັບຮອງເອົາຂໍ້ຕົກລົງ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດມາເປັນເວລາ 5 ປີ”.

ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານ, ນັກຄົ້ນຄ້ວາ ແບ່ງປັນວິໄສທັດກ່ຽວກັບບັນດາສິ່ງທ້າທາຍເຊິ່ງ ຫວຽດນາມພວມປະເຊີນໜ້າ, ແບ່ງປັນວິທີການປະພຶດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ເຊິ່ງແຕ່ລະຄົນສາມາດນຳໃຊ້ໃນຊີວິດປະຈຳວັນ. ຈາກນັ້ນ, ບັນດາຜູ້ແທນໄດ້ສະເໜີບັນດາມາດຕະການອະນຸລັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ປະກອບສ່ວນເຂົ້າໃນການພັດທະນາພະລັງງານຜະລິດຄືນໃໝ່, ມຸ່ງໄປເຖິງພື້ນຖານເສດຖະກິດແບບຍືນຍົງ…

ໂດຍແບ່ງປັນກ່ຽວກັບ “ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຜັນຂະຫຍາຍປະຕິບັດຂໍ້ຕົກລົງປາຣິວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ”, ທ່ານ ປະລິນຍາໂທ ຟ້າມວັນເຕິ໊ນ, ຮອງຫົວໜ້າກົມປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າ, ມານະພະຍາຍາມພ້ອມກັບບັນດາປະເທດ ປະຕິບັດຂໍ້ຕົກລົງປາຣິ. ຂໍ້ຕົກລົງປາຣິມີຜົນກະທົບໃນທຸກດ້ານຢ່າງເລິກເຊິ່ງກ້ວາງຂວາງ ແລະ ນັບແຕ່ປີ 2021 ຂຶ້ນໄປ, ຫວຽດນາມ ມີຄວາມຮັບຜິດຊອບໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການກວດກາຄືນໃໝ່ ແລະ ປະຕິບັດການປະກອບສ່ວນໂດຍປະເທດຕັ້ດສິນເອງ (NDC) ກໍ່ຄືບັນດາຂໍ້ກຳນົດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ