ຫວຽດ​ນາມ ພວມ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ສ້າງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ

(VOVWORLD) -  “ໃນຕະຫຼອດ 10 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດ ຢູ່ພາກພື້ນ ອາຊີ - ປາຊີຟິກ ທີ່ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ..."
ຫວຽດ​ນາມ ພວມ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ສ້າງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ - ảnh 1ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ:phunuvietnam.vn)  

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ປະກາດບົດລາຍງານກ່ຽວກັບການກວດກາຄືນ 10 ປີ ແຫ່ງວັນປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບ ກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ແບ່ງປັນວ່າ:

        “ໃນຕະຫຼອດ 10 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດ ຢູ່ພາກພື້ນ ອາຊີ - ປາຊີຟິກ ທີ່ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ພວກຂ້າພະເຈົ້າເຫັນວ່າ ນີ້ແມ່ນບັນດາຜົນງານທີ່ດີພໍສົມຄວນໃນການຊຸກຍູ້ສິດ ແລະ ການນຳພາຂອງແມ່ຍິງ, ພິເສດແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ຜ່ານການຍູ້ແຮງກອບນິຕິກຳ ແລະ ລະບອບລະບຽບການຢູ່ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ