ຫວຽດນາມ ພວມ​ຢືນອັນ​ດັບ​ທີ 3 ​ໃນຕາຕະລາງ​ຈັດ​ອັນດັບ Sea Games 30

(VOVWORLD) -  ວັນທີ 9 ທັນວາ ເຊິ່ງເປັນວັນແຂ່ງຂັນ ມື້ທີ 9 ຢ່າງເປັນທາງການ ຂອງ ງານມະຫາກໍາກິລາ ອາຊີຕາເວັນອອກໃສ່ໃຕ້ ຄັ້ງທີ 30 (Sea Games 30), ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄໍາ 14 ຫຼຽນ, ຫຼຽນເງິນ 19 ຫຼຽນ ແລະ ຫຼຽນທອງ 15 ຫຼຽນ.
ຫວຽດນາມ ພວມ​ຢືນອັນ​ດັບ​ທີ 3 ​ໃນຕາຕະລາງ​ຈັດ​ອັນດັບ Sea Games 30 - ảnh 1 ນັກມວຍ ເລແອັງຕ່າຍ (ຜູ້ໃສ່ເສື້ອສີຟ້າ) ຄວ້າໄດ້ຫຼຽນຄໍາ Judo ປະເພດນໍ້າໜັກ 90kg (ພາບ: chinhphu.vn)

ໄລ່ມາຮອດວັນທີ 9 ທັນວາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄໍາ 80 ຫຼຽນ, ຢືນຢູ່ອັນດັບທີ 3 ໃນຕາຕະລາງຈັດອັນດັບ, ໂດຍມີຫຼຽນຄໍາໜ້ອຍກວ່າຄະນະນັກກິລາ ໄທ ພຽງແຕ່ 1 ຫຼຽນ. ຄະນະນັກກິລາປະເທດເຈ້ົາພາບ ນໍາໜ້າຕາຕະລາງ ດ້ວຍຈໍານວນຫຼຽນຄໍາ 129 ຫຼຽນ.

        ນັກກິລາລອຍນໍ້າ ຫງຽນທິແອັ໊ງວຽນ ຈະໄດ້ຮັບລາງວັນພິເສດ 30 ລາງວັນ ຈາກຄະນະຈັດຕັ້ງ Sea Games 30 ໃນພິທີປິດ ເຊິ່ງຈະດໍາເນີນໃນຕອນຄໍ່າວັນທີ 11 ທັນວາ, ພາຍຫຼັງທີ່ຍາດໄດ້ຫຼຽນຄໍາ 6 ຫຼຽນ ໃນງານມະຫາກໍາກິລາຄັ້ງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ