ຫວຽດນາມ ພວມສະຫງວນເງິນລົງທຶນບ້ວງໃຫຍ່ໃຫ້ແກ່ການສ້າງໂຄງປະກອບທົ່ວຂະແໜງພະລັງງານ

(VOVWORLD) -ພະລັງງານໄດ້ສວມບົດບາດຄວາມເປັນຕາຍທີ່ສຳຄັນໃນການພັດທະນາເສດຖະກິດ ແລະ ຮັບປະກັນຊີວິດສັງຄົມຂອງທຸກໆປະເທດ ໃນນັ້ນມີຫວຽດນາມ.
ຫວຽດນາມ ພວມສະຫງວນເງິນລົງທຶນບ້ວງໃຫຍ່ໃຫ້ແກ່ການສ້າງໂຄງປະກອບທົ່ວຂະແໜງພະລັງງານ - ảnh 1(ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ດັ້ງຮ່ວາງອານ ເຂົ້າຮ່ວມກອງປະຊຸມທາງອອນລາຍ)

ໂດຍເຂົ້າຮ່ວມການເຈລະຈາສາກົນກ່ຽວກັບການຫັນປ່ຽນພະລັງງານ ແບັກແລັງ ປີ 2021, ດຳເນີນໃນວັນທີ 16 – 17 ມີນາ ທາງອອນລາຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ດັ້ງຮ່ວາງອານ ຢືນຢັນວ່າ, ພະລັງງານໄດ້ສວມບົດບາດຄວາມເປັນຕາຍທີ່ສຳຄັນໃນການພັດທະນາເສດຖະກິດ ແລະ ຮັບປະກັນຊີວິດສັງຄົມຂອງທຸກໆປະເທດ ໃນນັ້ນມີຫວຽດນາມ. ພ້ອມກັບການຮັບປະກັນບັນດາເປົ້າໝາຍການເຕີບໂຕເສດຖະກິດ-ສັງຄົມ, ລັດຖະບານຫວຽດນາມ ຕັດສິນໃຈ ແລະ ພວມສະຫງວນບຸລິມະສິດສູງໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາຂະແໜງໄຟຟ້າຕາມທິດພັດທະນາແບບຍືນຍົງ ດ້ວຍເປົ້າໝາຍຮັກສາຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

        ເລື່ອງນຳຕະຫຼາດໄຟຟ້າ ແລະ ຕະຫຼາດພະລັງງານແກ່ງແຍ້ງເຂົ້າເຄື່ອນໄຫວ ແມ່ນເຄື່ອງມືມີປະສິດທິຜົນທີ່ສຸດ ແນໃສ່ສ້າງພື້ນຖານໃຫ້ແກ່ວິວັດການຫັນປ່ຽນພະລັງງານຢູ່ຫວຽດນາມ.

        ແລະໃນຕອນບ່າຍວັນທີ 18 ມີນາ, ຢູ່ສຳນັກງານກະຊວງອຸດສາຫະກຳການຄ້າ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງອານ ໄດ້ມີການເຮັດວຽກກັບທ່ານນາງ Elsbeth Akkerman, ເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ, ທີ່ການເຮັດວຽກ 2 ຝ່າຍໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດພັດທະນາດ້ານການຄ້າ, ພະລັງງານແບບຍືນຍົງ ແລະ ເສດຖະກິດໝູນວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ